(ສພຂ) – ວັນທີ 25-26 ມີນາຜ່ານມາ, ທ່ານ ຄໍາຈັນ ໂສຕາປະເສີດ ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການບັນດາເຜົ່າ (ກບຜ) ພ້ອມດ້ວຍຄະນະ ໄດ້ເຮັດວຽກຮ່ວມກັບຄະນະປະຈໍາສະພາປະຊາຊົນແຂວງ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເພື່ອຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານສະພາປະຊາຊົນແຂວງ, ວຽກງານສາສະໜາຈາກອົງການແນວລາວສ້າງຊາດແຂວງ, ພະແນກພາຍໃນແຂວງ, ປກສ ແຂວງ ແລະ ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໂຄງການຈຸດສຸມຜາແດງ ຂອງລັດຖະບານ ລາວ-ຫວຽດນາມ ຈາກກອງກໍ່ສ້າງຮາກຖານທະຫານແຂວງຫົວພັນ.
ຈາກນັ້ນ, ທ່ານ ຄໍາຈັນ ໂສຕາປະເສີດ ແລະ ທ່ານ ສີຄຳ ບຸນມີໄຊ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຮ່ວມກັບການນໍາເມືອງກວັນ ແລະ ກອງປະຕິບັດງານ 208 ປະຈໍາໂຄງການພັດທະນາກຸ່ມຜາແດງ ເຊິ່ງຮັບຟັງການລາຍງານຈັດຕັ້ງປະຕິບັດໂຄງການດັ່ງກ່າວກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜານມາ ເພື່ອເປັນຂໍ້ມູນນໍາສະເໜີຕໍ່ລັດຖະບານ ລາວ-ຫວຽດນາມ; ໂອກາດນີ້, ຍັງໄດ້ໄປຢ້ຽມຢາມໂຄງການກໍ່ສ້າງໂຮງຮຽນ ມສ ຜາແດງ ແລະ ໂຮງງານຜະລິດເສັ້ນລ້ອນມັນສາຄູ ແລະ ແປ້ງມັນຕົ້ນ ຂອງບໍລິສັດ ໂກເອໂກ ສສ.ຫວຽດນາມ ທີ່ລົງທຶນໃຫ້ປະຊາຊົນ ຈຳນວນ 10 ບ້ານ ຂອງກຸ່ມຜາແດງ ປູກມັນສາຄູ ແລະ ມັນຕົ້ນ ເຂົ້າໃນໂຮງງານຜະລິດເປັນສິນຄ້າສໍາເລັດຮູບອີກດ້ວຍ.
(ນາງ ໄຜ່ ວົງວິໄລພອນ)