(ສພຂ) – ກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານສາສະໜາ ແລະ ວຽກງານບັນດາເຜົ່າ ປະຈໍາປີ 2025 ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ (ສພຂ) ວຽງຈັນ ເມື່ອວັນພຸດທີ 14 ພຶດສະພາຜ່ານມາ ໂດຍການເປັນປະທານຂອງທ່ານ ຄໍາຈັນ ໂສຕາປະເສີດ ຄະນະປະຈຳສະພາແຫ່ງຊາດ, ປະທານກໍາມາທິການບັນດາເຜົ່າ (ກບຜ) ເຊິ່ງມີບັນດາທ່ານກໍາມະການຂອງ ກບຜ, ປະທານ-ຮອງປະທານຄະນະກຳມະການ ແລະ ຄະນະເລຂາທິ ການ ສພຂ, ແນວລາວສ້າງຊາດແຂວງ, 3 ອົງການຈັດຕັ້ງມະຫາຊົນແຂວງ, ພະແນກພາຍໃນແຂວງ, ກອງບັນຊາການ ປກສ ແຂວງ ພ້ອມດ້ວຍພະນັກງານຈາກຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ; ຈຸດປະສົງ ກໍເພື່ອປະຕິບັດຕາມກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ແຜນການເຄື່ອນໄຫວຕິດຕາມກວດກາ ແລະ ເກັບກໍາຂໍ້ມູນ ການຈັດຕັ້ງປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍ ຂອງຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ: ວຽກງານສາສະໜາ, ວຽກຊົນເຜົ່າ, ການພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ, ການປົກຄອງທ້ອງຖີ່ນ, ການຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ທີ່ຕິດພັນກັບວຽກງານ 3 ສ້າງ.

ກອງປະຊຸມໄດ້ຮັບຟັງການລາຍງານຈາກຂະແໜງການກ່ຽວຂ້ອງຂອງແຂວງ ເປັນຕົ້ນ: ການແກ້ໄຂປາກົດການຫຍໍ້ທໍ້ທາງສາສະໜາ ແລະ ບັນຫາຊົນເຜົ່າ ຢູ່ພາຍໃນແຂວງ, ການຈັດຕັ້ງປະຕິບັດດໍາລັດວ່າດ້ວຍການຄຸ້ມຄອງ ແລະ ການປົກປ້ອງການເຄື່ອນໄຫວຂອງສາສະໜາ ສະບັບເລກທີ 315/ລບ, ລົງວັນທີ 16/8/2016, ວຽກງານປົກຄອງທ້ອງຖິ່ນ, ວຽກງານ 3 ສ້າງ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ຈາກນັ້ນ, ກໍໄດ້ແລກປ່ຽນຄໍາຄິດ ຄໍາເຫັນຕໍ່ກັບບັນຫາດັ່ງກ່າວ ຢ່າງມີຈຸດສຸມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສາສະໜາ ແລະ ວຽກງານຊົນເຜົ່າ ຢູ່ແຂວງວຽງຈັນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ລະບຽບກົດໝາຍຂອງລັດ.
ທ່ານ ຄໍາຈັນ ໂສຕາປະເສີດ ໄດ້ມີຄໍາເຫັນເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຟື້ນຟູວັດທະນະທໍາ ແລະ ແກ້ໄຂບັນຫາຮີດຄອງປະເພນີທີ່ບໍ່ຖືກຕ້ອງສອດຄ່ອງ ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ຢ່າງກວ້າງຂວາງ ແລະ ນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກ່ຽວກັບວຽກງານສາສະໜາ ແລະ ຊົນເຜົ່າ ລົງສູ່ປະຊາຊົນໃຫ້ທົ່ວເຖິງ ແລະ ເລິກເຊິ່ງ.
(ບູລາຕີ ແສນທະວົງ)