ກຕທ ເຄື່ອນໄຫວຕິດຕາມກວດກາຢູ່ຈຳປາສັກ ແລະ ສາລະວັນ

ຕ.ລ. 4, 2025

(ສພຊ) – ວັນທີ 29 ກັນຍາ – 4 ຕຸລາ 2025, ທ່ານ ສັນຍາ ປຣະເສີດ ກໍາມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການການຕ່າງປະເທດ (ກຕທ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ ແລະ ແຂວງສາລະວັນ.
​ ໃນໄລຍະເຄື່ອນໄຫວວຽກງານຢູ່ສອງແຂວງ, ທ່ານປະທານກຳມາທິການການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະທ່ານ ສົມບູນ ເຮືອງວົງສາ ຮອງເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ແລະ ທ່ານ ປອ. ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງສາລະວັນ, ເຊິ່ງທ່ານປະທານ ກຕທ ໄດ້ແຈ້ງຈຸດປະສົງຂອງການເຄື່ອນໄຫວໃນຄັ້ງນີ້ ໃຫ້ແກ່ການນຳຂັ້ນສູງຂອງສອງແຂວງຮັບຊາບໂດຍຫຍໍ້ ໂດຍສະເພາະແມ່ນການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍ ໃນຂົງເຂດວຽກງານການຕ່າງປະເທດ ແລະ ບັນດາສົນທິສັນຍາ-ສັນຍາສາກົນ ທີ່ ສປປລາວ ເປັນພາຄີ ລວມທັງການຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືລະຫວ່າງສອງລັດຖະບານ ລາວ-ຫວຽດນາມ, ລາວ-ຈີນ ແລະ ສະພາບການຄຸ້ມຄອງໂຄງການຊ່ວຍເຫຼືອລ້າເພື່ອການພັດທະນາ (ODA) ຂອງ ສສ.ຫວຽດນາມ ແລະ ສປຈີນ; ເກັບກຳຂໍ້ມູນກ່ຽວກັບການລົງທຶນຕ່າງປະເທດ ທີ່ອາດສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການດຳລົງຊີວິດຂອງປະຊາຊົນ; ເກັບກຳບັນຫາການແຕ່ງງານທີ່ຜິດກົດໝາຍ, ການຄຸ້ມຄອງຄົນຕ່າງປະເທດເຂົ້າ-ອອກເມືອງແບບຜິດກົດໝາຍ; ຕິດຕາມກວດກາມາດຕະຖານດ່ານສາກົນ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງເຈົ້າໜ້າທີ່ປະຈຳດ່ານຢູ່ 2 ແຂວງ ຕາມດຳລັດວ່າດ້ວຍດ່ານເຂົ້າ-ອອກ ສປປລາວ ສະບັບເລກທີ 643/ລບ, ລົງວັນທີ 25 ພະຈິກ 2024.
​ ຄະນະໄດ້ເຂົ້າຮ່ວມກອງປະຊຸມພົບປະເຮັດວຽກກັບທ່ານຮອງປະທານສະພາປະຊາຊົນຂອງສອງແຂວງ ແລະ ຮັບຟັງການລາຍງານຈາກການນຳຂອງພະແນກການທີ່ກ່ຽວຂ້ອງຂອງແຂວງ ເປັນຕົ້ນແມ່ນພະແນກການຕ່າງປະເທດ, ພະ ແນກການເງິນ, ພະແນກພະລັງງານ ແລະ ບໍ່ແຮ່, ພະແນກອຸດສາຫະກຳ ແລະ ການຄ້າ, ກອງບັນຊາການ ປກສ ແລະ ກອງບັນຊາການທະຫານແຂວງ ກ່ຽວກັບສະພາບການເຄື່ອນໄຫວວຽກງານຂອງຕົນ ພ້ອມທັງຍົກໃຫ້ເຫັນເຖິງຜົນສຳເລັດສຳຄັນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຈຳນວນໜຶ່ງ.
​ ໃນການພົບປະການນຳຂອງແຂວງ, ສະພາປະຊາຊົນແຂວງ ແລະ ພະແນກການທີ່ກ່ຽວຂ້ອງອ້ອມຂ້າງທັງສອງແຂວງ, ເຫັນໄດ້ເຖິງຜົນງານ ແລະ ຜົນສຳເລັດອັນພົ້ນເດັ່ນໃນຫຼາຍດ້ານ ເຖິງແມ່ນວ່າຈະຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງໃນການຈັດຕັ້ງປະຕິບັດວຽກງານ; ທ່ານປະທານກຳມາທິການການຕ່າງປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍເຈົ້າໜ້າທີ່ລັດ ໃນການປະຕິບັດວຽກງານດ້ວຍຄວາມເອົາໃຈໃສ່ ແລະ ໄດ້ເນັ້ນໃຫ້ທັງສອງແຂວງ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໂດຍຖືເອົາລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ລວມທັງສົນທິສັນຍາສາກົນທີ່ ສປປລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ ເປັນບ່ອນອີງໃນການ ຈັດຕັ້ງຜັນຂະຫຍາຍໃຫ້ມີຄວາມຖືກຕ້ອງສອດຄ່ອງ.
​ ຄະນະຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສະຖານທີ່ຕົວຈິງກັບເຈົ້າໜ້າທີ່ປະຈຳດ່ານສາກົນຂອງສອງແຂວງ ເປັນຕົ້ນແມ່ນດ່ານສາກົນວັງເຕົ່າ (ລາວ-ໄທ) ແລະ ດ່ານສາກົນໜອງນົກຂຽນ (ລາວ-ກຳປູເຈຍ) ຢູ່ແຂວງຈຳປາສັກ, ດ່ານສາກົນລະໄລ (ລາວ-ຫວຽດນາມ) ແລະ ດ່ານສາກົນປາກຕາພານ (ລາວ-ໄທ) ຢູ່ແຂວງສາລະວັນ; ຢ້ຽມຢາມເຂດເສດຖະກິດທ່າບົກ-ວັງເຕົ່າ ເມືອງໂພນທອງ ທີ່ເປັນໜຶ່ງໃນ 9 ຈຸດ ຂອງທ່າບົກທົ່ວປະເທດ ເຊິ່ງລັດຖະບານໄດ້ເປັນພາຄີໃນສົນທິສັນຍາສາກົນລະຫວ່າງປະເທດວ່າດ້ວຍທ່າບົກ, ຢ້ຽມຢາມໂຄງການເສດຖະກິດສີພັນດອນ, ແຫຼ່ງທ່ອງທ່ຽວນ້ຳຕົກຕາດຄອນພະເພັງ ຢູ່ເມືອງໂຂງ ແຂວງຈຳປາສັກ; ຢ້ຽມຢາມໂຮງງານຜະລິດແປ້ງມັນຕົ້ນຄູນມີໄຊ ຢູ່ເມືອງສະມ້ວຍ ແລະ ບໍລິສັດ ປຸງແຕ່ງແປ້ງມັນຕົ້ນຕະໂອ້ຍ ຈຳກັດຜູ້ດຽວ (APFCO) ຢູ່ເມືອງຕະໂອ້ຍ ແຂວງສາລະວັນ.
ກ່ອນໜ້ານັ້ນ ວັນທີ 28 ກັນຍາ, ທ່ານ ສັນຍາ ປຣະເສີດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວມອບອຸປະກອນການສຶກສາ ໃຫ້ໂຮງຮຽນປະຖົມສີສະຫວ່າງ ເມືອງໄຊພູທອງ ແຂວງສະຫວັນນະເຂດ ເຊິ່ງປະກອບມີ: ໂຕະ+ຕັ່ງ 20 ໜ່ວຍ, ກະດານ 5 ແຜ່ນ ແລະ ອຸປະກອນການຮຽນ-ການສອນຈຳນວນໜຶ່ງ ລວມມູນຄ່າ 30 ລ້ານກີບ, ເຄື່ອງທີ່ນຳມາຊ່ວຍເຫຼືອຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ເພື່ອນຳໃຊ້ເຂົ້າໃນການຮຽນ-ການສອນຂອງຄູ, ອາຈານ ແລະ ນ້ອງນັກຮຽນ; ໂດຍການກ່າວຮັບຂອງທ່ານ ຄຳໝື່ນ ຂັນທະວົງ ຮອງເລຂາທິການສະພາປະຊາຊົນແຂວງ ເຊິ່ງມີຫົວໜ້າຫ້ອງການສຶກສາເມືອງ, ຜູ້ຊີ້ນຳກຸ່ມບ້ານ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານສີສະຫວ່າງ ເຂົ້າຮ່ວມເປັນສັກຂີພະຍານ.