ໜ່ວຍພັກສະພາປະຊາຊົນແຂວງຫລວງນ້ຳທາ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າພັກສຳຮອງ

ກ.ກ. 2, 2024

ຕອນບ່າຍຂອງວັນທີ 27 ມິຖຸນາ 2024 ນີ້ໜ່ວຍພັກສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າພັກສຳຮອງ ຢ່າງເປັນທາງການ ຂຶ້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານຂອງ ສະຫາຍ ນາງ ອຸ່ນຫລ້າ ອ້ຽງລໍລາດ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ເລຂາໜ່ວຍພັກ ສະພາປະຊາຊົນແຂວງ, ມີບັນດາສະຫາຍສະມາຊິກພັກສົມບຸນ, ສໍາຮອງ ພາຍໃນໜ່ວຍພັກເຂົ້າຮ່ວມ 26 ສະຫາຍ, ຍິງ 13 ສະຫາຍ.

ໃນພິທີໄດ້ຮັບຟັງຜ່ານມະຕິຕົກລົງຄະນະປະຈຳພັກແຂວງ ເລກທີ 27/ຄປພຂ, ລົງວັນທີ 9 ພຶດສະພາ 2024, ມະຕິຕົກລົງຄະນະປະຈຳພັກແຂວງ ເລກທີ 25/ຄປພຂ, ລົງວັນທີ 9 ພຶດສະພາ 2024, ມະຕິຕົກລົງຄະນະປະຈຳພັກແຂວງ ເລກທີ 26/ຄປພຂ, ລົງວັນທີ 9 ພຶດສະພາ 2024 ແລະ  ມະຕິຕົກລົງຄະນະປະຈຳພັກແຂວງ ເລກທີ 28/ຄປພຂ, ລົງວັນທີ 9 ພຶດສະພາ 2024 ວ່າດ້ວຍການຮັບມະຫາຊົນກ້າວໜ້າເຂົ້າພັກສໍາຮອງ ຈໍານວນ 04 ສະຫາຍ, ຍິງ 04 ສະຫາຍ, ໂດຍການໃຫ້ກຽດມອບຂອງສະຫາຍ ນາງ ອຸ່ນຫລ້າ ອ້ຽງລໍລາດ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ເລຂາໜ່ວຍພັກ ສະພາປະຊາຊົນແຂວງ; ພ້ອມດຽວກັນນີ້ ສະຫາຍ ຍັງໄດ້ມີຄຳເຫັນໂອລົມ ຕໍ່ມະຫາຊົນກ້າວໜ້າເຂົ້າພັກສຳຮອງ ຈົ່ງສືບຕໍ່ສືກສາຮ່ຳຮຽນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີສະຕິຕໍ່ການຈັດຕັ້ງ ມີຄຸນທາດການເມືອງໜັກແໜ້ນ ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ ເພື່ອໃຫ້ເລື່ອນຂຶ້ນເປັນສະມາຊິກພັກສົມບູນ.

ໂດຍ ນາງ ອຳພອນ ສີປະເສີດ