loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ໜີ້ຕ້ອງຮັບ-ລາຍຈ່າຍລ່ວງໜ້າ ບັນຫາຊຳເຮື້ອ ມາຫຼາຍປີ ຍັງແກ້ໄຂບໍ່ໄດ້

​ພ.ຈ. 15, 2019 | ຂ່າວກອງປະຊຸມ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນຊີ້ແຈງໜີ້ຕ້ອງຮັບ ແລະ ການຈ່າຍລ່ວງໜ້າ ແມ່ນມີຍອດຍົກມາຫຼາຍປີ ຈຶ່ງເຮັດໃຫ້ໂຕເລກສູງ, ໃນຂະນະທີ່ລາຍຮັບທີ່ກວດເຫັນເພີ່ມຈະໄດ້ກວດກາ ແລະ ຊຸກຍູ້ ເພື່ອນຳເຂົ້າໃນແຜນງົບປະມານປີ 2019 ຫຼື ປີຕໍ່ໄປ. ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 14 ພະຈິກນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ທ່ານ ສົມດີ ດວງດີ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ. ທ່ານ ສົມດີ ດວງດີ ກ່າວວ່າ: ລາຍຈ່າຍລ່ວງໜ້າຄັງເງິນແຫ່ງຊາດ ທີ່ບໍ່ໄດ້ສະສາງທີ່ສະສົມມາຮອດວັນທີ 31 ທັນວາ 2018 ຈຳນວນ 1.378 ຕື້ກວ່າກີບນັ້ນແມ່ນຍອດຍົກມາຫຼາຍປີ ຊຶ່ງໃນນັ້ນຢູ່ຂັ້ນສູນກາງ 29 ຕື້ກວ່າກີບ, ໃນນີ້ ໜີ້ຍົກມາຫຼາຍປີ 20 ຕື້ກວ່າກີບ, ໜີ້ເກີດຂຶ້ນໃນປີ 2018 ມີພຽງ 8 ຕື້ກວ່າກີບ ທີ່ຕິດພັນກັບການຊຳລະໜີ້ກັບຕ່າງປະເທດ ຊຶ່ງເກີດຂຶ້ນຍ້ອນຄວາມຜິດດ່ຽງກັບອັດຕາແລກປ່ຽນ. ສຳລັບຢູ່ທ້ອງຖິ່ນ 1.350 ຕື້ກວ່າກີບ, ໃນນີ້ ໜີ້ຍົກມາຫຼາຍປີ 1.315 ຕື້ກວ່າກີບ, ເກີດຂຶ້ນໃນປີ 2018 ມີພຽງ 35 ຕື້ກວ່າກີບ ຊຶ່ງໂຕເລກທີ່ຈ່າຍລ່ວງໜ້າ ມີຫຼາຍຮູບການ ເປັນຕົ້ນຈ່າຍ ລ່ວງໜ້າໃຫ້ແກ່ຫົວໜ່ວຍງົບ ປະມານອ້ອມຂ້າງແຂວງ, ເມືອງ ທີ່ມີຄວາມຈຳເປັນຮີບດ່ວນ 113 ຕື້ກວ່າກີບ, ຈ່າຍໃຫ້ບຸກຄົນ, ບໍ ລິສັດຕິດພັນກັບລາຍຈ່າຍການລົງທຶນ 213 ຕື້ກີບ ຊຶ່ງເປັນການຊຳລະໜີ້ການລົງທຶນ, ຈ່າຍລ່ວງໜ້າແບບຈົດຮັບ-ຈົດຈ່າຍ ແຕ່ບໍ່ມີແຜນຈຳນວນ 1.045 ຕື້ກວ່າກີບ. ເວົ້າລວມແລ້ວ ໃນປີ ຜ່ານມາການຈ່າຍລ່ວງໜ້າຫຼຸດລົງຫຼາຍ, ແຕ່ການຊຳລະສະສາງໂຕເລກທີ່ສະສົມຍົກຍອດມາ ແມ່ນຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງຂາດຕົວ ຊຶ່ງຕິດພັນກັບຫຼາຍພາກສ່ວນ. ສ່ວນມາດຕະການແກ້ໄຂຜົນການກວດສອບ ບົດສະຫຼຸບຂາດຕົວແຜນງົບປະມານປີ 2018 ເປັນຕົ້ນແມ່ນລາຍຮັບທີ່ກວດເຫັນເພີ່ມ ແລະ ລາຍຈ່າຍທີ່ກວດເຫັນເພີ່ມນັ້ນ ທ່ານ ສົມດີ ດວງດີ ກ່າວວ່າ: ອີງຕາມຜົນກວດສອບບົດສະຫຼຸບຂາດຕົວ ຂອງອົງການກວດສອບ ປີ 2018 ກວດເຫັນລາຍຮັບເພີ່ມຈຳນວນ 433 ຕື້ກວ່າກີບ ແລະ ລາຍຈ່າຍຈໍານວນ 133 ຕື້ກວ່າກີບ, ກ່ຽວກັບບັນຫາດັ່ງກ່າວນີ້ ກະຊວງການເງິນຈະໄດ້ຕິດຕາມຊຸກຍູ້ ເພື່ອນຳເອົາລາຍຮັບດັ່ງກ່າວນັ້ນ ມາລວມສູນໃນງົບປະມານແຫ່ງລັດ ໂດຍຜ່ານລະບົບຄັງເງິນແຫ່ງຊາດ ຕາມມາດຕາ 6 ຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ຊຶ່ງອາດຈະເອົາເຂົ້າໃນງົບປະມານປີ 2019 ນີ້ ຫຼື ປີຕໍ່ໄປ ສຳລັບລາຍຈ່າຍຍັງຈະໄດ້ສົມທົບກັບອົງການກວດສອບ ກວດເບິ່ງຕາມຫົວໜ່ວຍງົບປະມານຕື່ມອີກ. ໃນຂະນະທີ່ໜີ້ຕ້ອງຮັບຈາກສ່ວຍສາອາກອນ ຈຳນວນ 1,3 ພັນຕື້ກວ່າກີບ ແລະ ຊັບສິນຂອງລັດ ຈຳນວນ 847 ຕື້ກວ່າກີບນັ້ນ, ທ່ານ ສົມດີ ດວງດີ ກ່າວວ່າ: ຜ່ານການກວດກາເບິ່ງຂໍ້ມູນດັ່ງກ່າວ ເຫັນວ່າໜີ້ຕ້ອງຮັບຂອງສ່ວຍສາອາກອນ ຈຳນວນ 1,3 ພັນກວ່າຕື້ກີບນັ້ນ ສ່ວນຫຼາຍແມ່ນໜີ້ທີ່ຍອດຍົກມາແຕ່ຫຼາຍໆປີກ່ອນ ຈຳນວນ 900 ຕື້ກວ່າກີບ ແລະ ໜີ້ທີ່ເກີດຂຶ້ນ ໃນປີ 2018 ຈຳນວນ 308 ຕື້ກວ່າກີບ ໃນຈຳນວນ 1,3 ພັນກວ່າຕື້ກີບ ນີ້ມີຂັ້ນສູນກາງຄຸ້ມຄອງພຽງແຕ່ ຈຳນວນ 623 ຕື້ກີບ ແລະ ໜີ້ທີ່ຢູ່ໃນຄວາມຮັບຜິດຊອບຂອງທ້ອງຖິ່ນ 680 ກວ່າຕື້ກີບ. ສຳລັບໜີ້ທີ່ຢູ່ໃນຄວາມຮັບຜິດ ຊອບຂອງສູນກາງນັ້ນ, ມີໜີ້ສ່ວຍສາອາກອນທີ່ພົວພັນກັບ 5 ກະຊວງຈຳນວນ 361 ຕື້ກວ່າກີບ ຊຶ່ງທັງ 5 ກະຊວງນັ້ນກໍໄດ້ຈັດສັນເຂົ້າໃນແຜນງົບປະມານ ລາຍຮັບ-ລາຍຈ່າຍປະຈຳປີ 2019 ຈຳນວນໜຶ່ງແລ້ວ, ສ່ວນໜີ້ຂອງທ້ອງຖິ່ນຈຳນວນ 680 ຕື້ກວ່າກີບນັ້ນ ມີໜີ້ທີ່ຕິດພັນກັບຫົວໜ່ວຍທຸລະກິດ ຈຳນວນ 262 ຕື້ກວ່າກີບ ທີ່ຕິດພັນ ກັບການຊຳລະໂຄງການກໍ່ສ້າງ ພື້ນຖານໂຄງລ່າງ ຊຶ່ງຍັງບໍ່ສາມາດແກ້ໄຂຂາດຕົວໄດ້ ເນື່ອງຈາກວ່າ ໂຄງການຈຳນວນໜຶ່ງລັດຖະບານ ຍັງຕິດໜີ້ບໍລິສັດ ແລະ ບໍລິສັດກໍໄດ້ຕິດໜີ້ພັນທະສ່ວຍສາອາກອນ ຈາກລັດຖະບານ. ສ່ວນໜີ້ອື່ນໆທີ່ຕິດພັນກັບຫົວໜ່ວຍທຸລະກິດ ຢູ່ຂັ້ນສູນກາງຄຸ້ມຄອງ, ກະຊວງການເງິນກໍໄດ້ດຳເນີນການຈຳນວນໜຶ່ງແລ້ວ ໂດຍມີການແຈ້ງເຕືອນໄປຍັງຫົວໜ່ວຍທຸລະກິດ ໃຫ້ມາຊຳລະ ຖ້າຫົວໜ່ວຍທຸລະກິດໃດໄດ້ແຈ້ງເຕືອນໄປເຖິງ 3 ຄັ້ງແລ້ວແຕ່ບໍ່ມາຊຳລະ ຫຼື ມາພົວພັນໃຫ້ຂໍ້ມູນ, ກະຊວງການເງິນໄດ້ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ຍົກເລີກ ຫຼື ສັ່ງໂຈະໃບອະນຸຍາດການດຳເນີນທຸລະກິດຊົ່ວຄາວ ຊຶ່ງປັດຈຸບັນໄດ້ເລີ່ມດຳເນີນການກັບຫຼາຍຫົວໜ່ວຍທຸລະກິດ ແລ້ວຕໍ່ຈາກນີ້ໄປ ຖ້າຍັງບໍ່ມາຊຳລະກໍຈະດຳເນີນຂະບວນຕາມກົດໝາຍ. ສຳລັບໜີ້ຕ້ອງຮັບສ່ວຍສາອາ ກອນຂອງທ້ອງຖິ່ນ ຈຳນວນ 680 ຕື້ກວ່າກີບນັ້ນ ໃນພາກປະຕິບັດຕົວຈິງ, ຈຳນວນໜຶ່ງກໍໄດ້ມີການແກ້ໄຂແລ້ວ, ປັດຈຸບັນໄດ້ແຕ່ງຕັ້ງຄະນະລົງໄປກວດກາຕົວຈິງ ແຕ່ກໍຍອມຮັບວ່າພົບຄວາມຫຍຸ້ງຍາກ ເນື່ອງຈາກວ່າ ພົວພັນກັບຫຼາຍພາກສ່ວນ. ສ່ວນໜີ້ຕ້ອງຮັບຈາກຊັບສິນຂອງລັດຈຳນວນ 847 ຕື້ກວ່າກີບນັ້ນ ແມ່ນຍອດໜີ້ຍົກມາແຕ່ຫຼາຍໆປີກ່ອນ ຈຳນວນ 802 ຕື້ກວ່າກີບ, ສ່ວນໜີ້ທີ່ເກີດຂຶ້ນໃນປີ 2018 ມີພຽງ 44 ຕື້ກວ່າກີບ, ໃນ ຈຳນວນ 847 ຕື້ກວ່າກີບນີ້ ຂັ້ນສູນກາງຮັບຜິດຊອບ 490 ຕື້ກວ່າກີບ ແລະ ຂັ້ນທ້ອງຖິ່ນ 357 ຕື້ກວ່າກີບ ຊຶ່ງລັດຖະບານໄດ້ມີຄວາມພະຍາຍາມແກ້ໄຂ. ສຳລັບໜີ້ທີ່ສູນກາງຮັບຜິດຊອບປະກອບມີ: 1). ໜີ້ຄ່າບິນຜ່ານທີ່ບັນດາສາຍການບິນຕ່າງ ປະເທດບິນຜ່ານ ຈຳນວນ 336 ຕື້ກວ່າກີບ ຊຶ່ງຍົກຍອດມາແຕ່ປີ 1996 ມາຮອດປັດຈຸບັນ; 2). ໜີ້ຄ່າພາກຫຼວງ 104 ຕື້ກວ່າກີບ; 3). ໜີ້ຄ່າຫັນກຳມະສິດທີ່ດິນ, ເຮືອນລັດ, ເງິນກູ້ຢືມປຸກສ້າງ ຈຳນວນ 13,29 ຕື້ກວ່າກີບ ແລະ 4). ຄ່າສຳປະທານຂຸດຄົ້ນບໍ່ແຮ່ ຈຳນວນ 35 ຕື້ກວ່າກີບ.