
ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ IV, ໄດ້ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 15 ຕຸລາ 2025 ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສໍາຮອງສູນກາງພັກ ເລຂາພັກແຂວງ, ພ້ອມດ້ວຍການນໍາພັກ-ລັດແຂວງ, ເລຂາ-ຮອງເລຂາພັກ 7 ເມືອງ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ແຂກເຊີນ, ຕະຫຼອດຮອດສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.



ການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ IV, ຄັ້ງນີ້, ເພື່ອເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ອີກດ້ານໜຶ່ງກໍ່ເປັນຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ ຂອງສະພາປະຊາຊົນແຂວງ ໃນການຜັນຂະຫຍາຍແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກໃຫ້ເປັນອັນລະອຽດ ເພື່ອສືບຕໍ່ສ້າງລັດທີ່ປົກຄອງດ້ວຍ ກົດໝາຍສູ່ບາດກ້າວໃໝ່ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍມີປະສິດທິພາບປະສິດທິຜົນສູງຂຶ້ນເລື້ອຍໆຢູ່ຂັ້ນທ້ອງຖິ່ນ. ກອງປະຊຸມຄັ້ງນີ້ ຈະພິຈາລະນາ ແລະ ຮັບຮອງເອົາບັນຫາທີ່ສໍາຄັນດັ່ງນີ້: 1. ຮັບຟັງລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງອົງການປົກຄອງແຂວງ 5 ປີຜ່ານມາ(2021-2025) ແລະ ວິໄສທັດໃນການພັດທະນາ ແຂວງອຸດົມໄຊ 5 ປີຕໍ່ໜ້າ(2026-2030)ໂດຍສັງເຂບ; 2. ພິຈາລະນາ, ຮັບຮອງເອົາ ໂຄງປະກອບກົງຈັກ ຂອງຄະນະກໍາມະການປົກຄອງແຂວງ; 3. ພິຈາລະນາ, ຮັບຮອງເອົາ ປະທານຄະນະກໍາມະການປົກຄອງແຂວງ; 4. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງສະມາຊິກຄະນະກໍາມະການປົກຄອງແຂວງ; 5. ພິຈາລະນາ, ຮັບຮອງເອົາ ປະທານຄະນະກໍາມະການປົກຄອງເມືອງ 7 ເມືອງ; 6. ພິຈາລະນາ, ຮັບຮອງເອົາ ການສະເໜີແຕ່ງຕັ້ງ ປະທານສານປະຊາຊົນແຂວງ, ຫົວໜ້າອົງການໄອຍະການປະຊາຊົນແຂວງ, ປະທານສານປະຊາຊົນ ເຂດ I ແລະ ເຂດ II, ຫົວໜ້າອົງການໄອຍະການປະຊາຊົນເຂດ I ແລະ ເຂດ II;






