ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

​ກ.ກ. 10, 2025 | ເຂດ 4 ອຸດົມໄຊ

(ສພຂ)-ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນພະຫັດທີ 10 ກໍລະກົດ 2025 ນີ້, ທີ່ສະໂມສອນໃຫຍ່ຂອງແຂວງ(ບ້ານເຈງ) ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ-ປະທານສະພາປະຊາຊົນແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມມີທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ-ເຈົ້າແຂວງ, ບັນດາທ່ານການນໍາພັກ-ລັດແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4, ສະມາຊິກສະພາປະຊາຊົນແຂວງ, ບັນດາທະນາຄານ, ນັກທຸລະກິດ ພ້ອມດ້ວຍແຂກຖືກເຊີນ.ພາຍຫຼັງທ່ານ ຄໍາດີ ວົງລ້ອມ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ກອງປະຊຸມ ທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ-ເຈົ້າແຂວງອຸດົມໄຊ, ໄດ້ລາຍງານໂດຍສັງເຂບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 06 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ຂອງແຂວງ ແລະ ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງອຸດົມໄຊ ກໍ່ໄດ້ປະກອບຄຳເຫັນຕໍ່ບົດລາຍງານດັ່ງກ່າວ; ບົດລາຍງານການຈັດຕັ້ງປະຕິບັດຄາດໝາຍແຜນພັດທະນາເສດຖະກດິ-ສັງຄົມ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2025; ບົດລາຍງານການຈັດຕັ້ງປະຕິບັດຄາດໝາຍແຜນງົບປະມານແຫ່ງລັດ ປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 06 ເດືອນທ້າຍປີ 2025; ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນແຂວງອຸດົມໄຊ; ບົດລາຍງານການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023 ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ປ່າ ຢູ່ແຂວງອຸດົມໄຊ.ຫຼັງຈາກນັ້ນ, ປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ທັງໃຫ້ທິດຊີ້ນຳໃນການປະກອບຄຳເຫັນຕໍ່ບົດລາຍງານຂອງອົງການປົກຄອງແຂວງອຸດົມໄຊ ເຫັນວ່າຖືກຕ້ອງສອດຄອງຕາມລະບຽບການ, ກົດໝາຍແລ້ວບໍ່ ແລະ ບັນຫາອື່ນໆ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4, ສະມາຊິກສະພາປະຊາຊົນແຂວງ ກໍ່ໄດ້ສຸມໃສ່ປະກອບຄຳເຫັນຕໍ່ບົດລາຍງານ ຢ່າງກົງໄປກົງ.ກອງປະຊຸມສະໄໝສາມັນຄັ້ງນີ້ ຈະດຳເນີນໄປຈົນເຖິງວັນທີ 11 ກໍລະກົດ 2025 ຈຶ່ງຈະສໍາເລັດ ແລະ ພ້ອມກັນນັ້ນ, ຄະນະເລຂາທິການສະພາປະຊາຊົນແຂວງ ຍັງໄດ້ຈັດຕັ້ງໜ່ວຍງານຮັບຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນໝາຍເລກ: 081 156 ຫຼື ສົ່ງເປັນລາຍລັກອັກສອນມາຍັງສະພາປະຊາຊົນແຂວງ, ຕັ້ງຢູ່ບ້ານນາເລົາ, ເມືອງໄຊ, ແຂວງອຸດົມໄຊ ໃນໂມງລັດຖະການ.

ພາບ/ຂ່າວ: ສະປະຊາຊົນແຂວງ.