loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ໂຮງງານປຸງແຕ່ງໂສມສະກັດວີແຄຣ໌ ປະກອບສ່ວນຜະລິດຕະພັນເພື່ອສຸຂະພາບ

ຕ.ລ. 10, 2024 | ເຂດ 16 ເຊກອງ

           ຕອນບ່າຍວັນທີ 9 ຕຸລາ 2024  ທ່ານ ນາງ ທິບພະຈັນ ອ່ອນມະນີ ຜູ້ບໍລິຫານໂຮງງານປຸງແຕ່ງໂສມສະກັດວີແຄຣໄດ້ນໍາເອົາຜະລິດຕະພັນວີແຄຣ໌ ໂສມສະກັດເພື່ອສຸຂະພາບ ເຊິ່ງເປັນຜະລິດຕະພັນຂອງແຂວງເຊກອງ ຈໍານວນ 100 ກ່ອງ ລວມມູນຄ່າ 29 ລ້ານກີບ ມອບໃຫ້ແກ່ສະພາປະຊາຊົນແຂວງ ເຊກອງ ໃຫ້ກຽດກ່າວຮັບໂດຍທ່ານ ປອ ແພງສີ ສີລາວີ ຄະນະປະຈໍາ, ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກໍາມະການ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.                                 ທ່ານ ນາງ ທິບພະຈັນ ອ່ອນມະນີ ຜູ້ບໍລິຫານໂຮງງານປຸງແຕ່ງໂສມສະກັດວີແຄຣ ໄດ້ໃຫ້ຮູ້ວ່າ: ຜະລິດຕະພັນວີແຄຣ໌ ສະກັດຈາກໂສມແທ້ 100% ຊັບພະຄຸນຊ່ວຍຢັບຢັ້ງພະຍາດເບົາຫວານ, ຊ່ວຍຜ່ອນຄາຍແກ້ອາການອ່ອນເພຍ ອາການນອນບໍ່ຫຼັບ, ປັບການໄຫຼວຽນຂອງເລືອດໃຫ້ດີຂື້ນ, ບຳລຸງສະໝອງ ເສີມສ້າງຄວາມຈື່ຈຳ, ຊ່ວຍແກ້ອາການເມົາຄ້າງ, ເສີມສ້າງພູມຕ້ານທານໃຫ້ຮ່າງກາຍ ແລະເພີ່ມສະມັດຕະພາບທາງເພດ.                       ທ່ານ ນາງ ທິບພະຈັນ ໃຫ້ຮູ້ຕື່ມອີກວ່າ: ໂຮງງານປຸງແຕ່ງໂສມສະກັດວີແຄຣ ດຳເນີນທຸລະກິດ SME ຂະໜາດນ້ອຍ ແບບຄອບຄົວ, ຕັ້ງຢູ່ ບ້ານໃໝ່ຫົວເມືອງ, ເມືອງລະມາມ, ແຂວງເຊກອງ ໄດ້ສ້າງຕັ້ງຂຶ້ນປີ 2019 ໄດ້ທຳການຄົ້ນຄວ້າ, ທົດລອງການປຸງແຕ່ງໂສມ ເປັນເວລາ 2 ປີກວ່າ ແລະ ໄດ້ເຂົ້າຈົດທະບຽນວິສະຫະກິດ ໃນປີ 2021, ປັດຈຸບັນ ມີຜະລິດຕະພັນສິນຄ້າ ທີ່ສົມບູນແບບອອກວາງຈໍາໜ່າຍສູ່ທ້ອງຕະຫລາດ ໂດຍໃຊ້ວັດຖຸດິບຫລັກຈາກໂສມທໍາມະຊາດຈາກເມືອງດາກຈຶງ ແລະ ເມືອງກະລຶມ ແຂວງເຊກອງ ນໍາມາປຸງແຕ່ງ ໃຫ້ເປັນຜະລິດຕາພັນສໍາເລັດຮູບ, ເປົ້າໝາຍເພື່ອເຮັດໃຫ້ໂສມທຳມະຊາດ ມີລາຄາ ແລະ ມີຄຸນຄ່າ, ເປັນການປະກອບສ່ວນ ຊ່ວຍເຫລືອການແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ແຂວງເຊກອງ ກໍຄື ເມືອງດາກຈຶງ ແລະ ກະລຶມ ກ້າວໄປສູ່ລະບົບຍຸດທະສາດຂອງພັກ ແລະ ລັດ ກໍຄື “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ຕິດພັນກັບຂອດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄື ລັດຖະບານ ທີ່ສົ່ງເສີມການປູກ ແລະ ການຜະລິດ ໃຫ້ກາຍເປັນສິນຄ້າ ເພື່ອຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ.                                                                                                                                                                 ໂອກາດດັ່ງກ່າວ, ທ່ານ ປອ ແພງສີ ສີລາວີ ກໍໄດ້ມອບໃບກຽດຕິຄຸນ ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ຜູ້ບໍລິຫານໂຮງງານປຸງແຕ່ງໂສມສະກັດວີແຄຣ ທີ່ໄດ້ສຸມທຶນຮອນ, ສະຕິປັນຍາເຂົ້າໃສ່ການປຸງແຕ່ງຜະລິດໂສມ ແລະ ເອົາໃຈໃສ່ທຸກຂັ້ນຕອນການຜະລິດ ໂດຍຮັບປະກັນຄຸນນະພາບ ໄດ້ຕາມມາດຕະຖານ ຂອງກະຊວງສາທາລະນະສຸກວາງອອກທຸກປະການ, ເປັນການປະກອບສ່ວນສ້າງລາຍໄດ້ ໃຫ້ມີລາຍຮັບທີ່ສະຖຽນ ເພື່ອກ້າວໄປເຖິງການຫລຸດພົ້ນຄວາມທຸກຍາກໃນຄອບຄົວ ແລະ ສືບຕໍ່ປະກອບສ່ວນຊ່ວຍສ້າງສາ ແລະ ພັດທະນາ ແຂວງ-ເມືອງໃຫ້ໃຫ້ມີຄວາມສີວິໄລຍິ່ງຂຶ້ນ.                                                                                                                                  #ໂດຍ:ນາລີວັນ