ໃນວັນທີ 12 ມີນາ 2024 ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ເຄື່ອນໄຫວຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດ ຂອງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ 2 ຈຸດຂອງເມືອງມະຫາໄຊ ຄື: ບ້ານໜັ້ນ ແລະ ບ້ານ ໂພນເມືອງ, ເຊິ່ງນໍາໂດຍ ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ (ຄສຊຂ) ທີ 12 ແຂວງຄໍາມ່ວນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ພ້ອມດ້ວຍ ທ່ານ ອິນທະວົງ ພົມມະຈັນ ປະທານກວດກາພັກ-ລັດເມືອງ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງມະຫາໄຊ ແຂວງຄໍາມ່ວນ, ເຂົ້າຮ່ວມມີ ທ່ານ ສົມບູນ ແກ້ວວົງສາ ເຈົ້າເມືອງມະຫາໄຊ, ມີຄະນະພັກເມືອງຜູ້ຊີ້ນຳເຂດ, ກຳລັງປກຊ-ປກສ, ອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມທັງໝົດ 290 ເທື່ອຄົນ, ຍິງ 147 ເທື່ອຄົນ.

ໂດຍ: ເອື້ອ ມະໂນສິງ