(ສພຊ) – ຕອນສວາຍວັນສຸກທີ 24 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີການພົບປະແລກປ່ຽນບົດຮຽນວຽກງານສື່ມວນຊົນ ລະຫວ່າງກົມສື່ມວນຊົນ, ຄະນະເລຂາທິການສະພາແຫ່ງຊາດ ກັບ ກົມໂຄສະນາ, ສູນກາງແນວລາວສ້າງຊາດ ໂດຍການເຂົ້າຮ່ວມຂອງທ່ານ ວິລະພັດ ພາບວິໄຊ ຮອງຫົວໜ້າກົມສື່ມວນຊົນ ແລະ ທ່ານ ອຸດອນ ບຸດໃບບຸນ ຮອງຫົວໜ້າກົມໂຄສະນາ ພ້ອມດ້ວຍບັນດາທ່ານຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານຈຳນວນໜຶ່ງຂອງສອງກົມ.
ສອງຝ່າຍໄດ້ລາຍງານໂດຍຫຍໍ້ໃຫ້ກັນແລະກັນຊາບກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່; ໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ; ແລະ ການປະຕິບັດໜ້າທີ່ວຽກງານຂອງສອງກົມໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນ, ໄດ້ມີການຖາມ-ຕອບ, ແລກປ່ຽນບົດຮຽນເຊິ່ງກັນແລະກັນຢ່າງກົງໄປກົງມາ ໂດຍສະເພາະວຽກງານສື່ສິ່ງພິມ, ສື່ເອເລັກໂຕຣນິກ, ສື່ອອນລາຍ; ວຽກງານຫ້ອງມູນເຊື້ອ ແລະ ປະຫວັດສາດ. ຫຼັງຈາກນັ້ນ, ຍັງໄດ້ຢ້ຽມຊົມຫ້ອງມູນເຊື້ອ ແລະ ປະຫວັດສາດຂອງສະພາແຫ່ງຊາດອີກດ້ວຍ.
(ນາງ ອາລິນ ສຸພິມມະປະດິດ)

