ແຕ່ງຕັ້ງຮອງປະທານກຳມາທິການ, ຮອງຫົວໜ້າຫ້ອງວ່າການ ແລະ ສສຊ ປະຈຳການ

ມ.ນ. 30, 2026

‎ (ສພຊ) – ຕອນສວາຍວັນທີ 27 ມີນານີ້, ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຂຶ້ນຜ່ານມະຕິຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງຮອງປະທານກຳມາທິການ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳການ ດັ່ງນີ້:
‎ – ຮອງປະທານກຳມາທິການ ຈໍານວນ 13 ທ່ານ, ຍິງ 3 ທ່ານ ຄື:
‎ 1. ທ່ານ ສິງຄໍາ ວົງພະຈັນ ສສຊ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ເປັນຮອງປະທານກໍາມາທິການກົດໝາຍ ແລະ ຍຸຕິທຳ;
‎ 2. ທ່ານ ພູທອນ ວໍລະເພັດ ສສຊ ປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ເປັນຮອງປະທານກໍາມາທິການກົດໝາຍ ແລະ ຍຸຕິທຳ;
‎ 3. ທ່ານ ນາງ ພອນເພັດ ອຸ່ນແກ້ວ ສສຊ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ເປັນຮອງປະທານກຳມາທິການກົດໝາຍ ແລະ ຍຸຕິທຳ;
‎ 4. ທ່ານ ນາງ ວິໄຊ ສຣິດທິຣາດ ສສຊ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ເປັນຮອງປະທານກຳມາທິການເສດຖະກິດ ແລະ ການເງິນ;
‎ 5. ທ່ານ ອາຄົມ ປຣະເສີດ ສສຊ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ເປັນຮອງປະທານກຳມາທິການເສດຖະກິດ ແລະ ການເງິນ;
‎ 6. ທ່ານ ແສນສັກ ສຸລິສັກ ສສຊ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ເປັນຮອງປະທານກຳມາທິການເສດຖະກິດ ແລະ ການເງິນ;
‎ 7. ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ສສຊ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ເປັນຮອງປະທານກຳມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ;
‎ 8. ທ່ານ ນາງ ວິລະວອນ ພັນທະວົງ ສສຊ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ເປັນຮອງປະທານກຳມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ;
‎ 9. ທ່ານ ກໍລະກັນ ພົມມະວົງ ສສຊ ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ເປັນຮອງປະທານກຳມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ;
‎ 10. ທ່ານ ພົຈວ. ແສງທອງ ທໍາມະເທວາ ສສຊ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ເປັນຮອງປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
‎ 11. ທ່ານ ພົຈວ. ຄໍາແຝງ ວັນດີໄຊ ສສຊ ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ເປັນຮອງປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
‎ 12. ທ່ານ ເພັດລາ ທັນທະວົງສາ ສສຊ ປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ເປັນຮອງປະທານກໍາມາທິການການຕ່າງປະເທດ;
‎ 13. ທ່ານ ໂພສີ ເຕັມເມລາດ ສສຊ ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ເປັນຮອງປະທານກໍາມາທິການການຕ່າງປະເທດ.
‎ – ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຈໍານວນ 4 ທ່ານ ຄື:
‎ 1. ທ່ານ ບຸນທັນ ບຸນວິໄລ ສສຊ ປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ;
‎ 2. ທ່ານ ວຽງແກ້ວ ວັນນະຈັກ;
‎ 3. ທ່ານ ຄໍາສະໄໝ ສໍາມາວົງ;
‎ 4. ທ່ານ ເຂັມພອນ ອາໂນໄທ.
‎ – ສສຊ ປະຈໍາການຢູ່ກໍາມາທິການຕ່າງໆ ຈໍານວນ 5 ທ່ານ, ຍິງ 3 ທ່ານ ຄື:
‎ 1. ທ່ານ ສາຍທອງ ພົມມະວົງ ສສຊ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ເປັນ ສສຊ ປະຈຳການຢູ່ກຳມາທິການເສດຖະກິດ ແລະ ການເງິນ;
‎ 2. ທ່ານ ນາງ ກັນທິນາ ປ້ານອິນຫວນ ສສຊ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ເປັນ ສສຊ ປະຈຳການຢູ່ກຳມາທິການກົດໝາຍ ແລະ ຍຸຕິທໍາ;
‎ 3. ທ່ານ ນາງ ປານຄໍາ ຂະຫຍອງເອກ ສສຊ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ເປັນ ສສຊ ປະຈຳການຢູ່ກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ;
‎ 4. ທ່ານ ໄຊປັນຍາ ພົມວິຫານ ສສຊ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ເປັນ ສສຊ ປະຈຳການຢູ່ກຳມາທິການການຕ່າງປະເທດ;
‎ 5. ທ່ານ ນາງ ແສງມະນີ ຢາທໍ່ຕູ້ ສສຊ ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ເປັນ ສສຊ ປະຈຳການຢູ່ກຳມາທິການເສດຖະກິດ ແລະ ການເງິນ.