(ສພຊ) – ວັນທີ 20 ກຸມພານີ້, ທ່ານ ພົຈວ. ປອ. ມາລາ ວິລະຈິດ ຮອງປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ), ກຳມະການອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ (ຄລຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາວຽກງານຮອບດ້ານ ແລະ ບັນຍາກາດກ່ອນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງເຊກອງ ເພື່ອຮັບຟັງບັນດາຄໍາຄິດເຫັນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ຂອງອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອະນຸກຳມະການເລຂານຸການ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ-ຂັ້ນເມືອງ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ຕາມມະຕິ, ຂໍ້ຕົກລົງ, ຄໍາແນະນໍາ ແລະ ແຈ້ງການ ຂອງ ຄລຊ ໂດຍການຕ້ອນຮັບຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າອະນຸກໍາມະການຕ່າງໆ ແລະ ກອງເລຂາຊ່ວຍວຽກ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ-ຂັ້ນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ການເຄື່ອນໄຫວຄັ້ງນີ້, ໄດ້ຮັບຟັງການລາຍງານການກະກຽມບັນດາໜ້າວຽກຕ່າງໆ ຈາກອະນຸກໍາມະການເລຂານຸການ ແລະ ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງມາຮອດປະຈຸບັນເຫັນວ່າ ການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ ແມ່ນມີຜົນສໍາເລັດ ແລະ ມີຄວາມພ້ອມ 100% ໂດຍສະເພາະສໍາເລັດການໂຄສະນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢູ່ແຂວງເຊກອງ. ສຳລັບວຽກງານ ປກຊ-ປກສ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງແຂງແຮງ ໂດຍສະເພາະໄດ້ນໍາພາ-ຊີ້ນໍາບັນດາກໍາລັງເຫຼົ່າຮົບວິຊາສະເພາະຂອງບັນດາຫ້ອງ, ກອງພັນ, ຄ້າຍ ແລະ ປກສ 4 ຕົວເມືອງ ໃຫ້ເຄື່ອນໄຫວຕິດຕາມກວດກາສະພາບລວມຂອງສັງຄົມ ທັງພາຍໃນ ແລະ ນອກແຂວງ ແລະ ສ່ອງແສງລາຍງານສະພາບການຕ່າງໆແຕ່ລະໄລຍະ ໃຫ້ຂັ້ນເທິງຮັບຊາບຢ່າງປົກກະຕິ ແລະ ອອກແຈ້ງການໃຫ້ເພີ່ມທະວີຄວາມເອົາໃຈໃສ່ລະບອບປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຄອຍເຫດ, ຮັບແຈ້ງຄວາມ ຈາກພາກສ່ວນຕ່າງໆຂອງສັງຄົມ; ຈັດວາງກໍາລັງລາດຕະເວນ ແລະ ປະຈໍາການ ແຮສະພາບການສະເພາະ ເພື່ອແກ້ໄຂເຫດການສຸກເສີນຕ່າງໆທີ່ອາດຈະເກີດຂຶ້ນ ໃຫ້ທ່ວງທັນກັບເວລາ; ຈັດວາງກໍາລັງສືບຂ່າວ ລົງເຄື່ອນໄຫວຕິດຕາມກວດກາ, ກໍາແໜ້ນສະພາບການ ແລະ ປະສານສົມທົບກັບກໍາລັງເຫຼົ່າຮົບວິຊາສະເພາະຂອງບັນດາແຂວງທີ່ໃກ້ຄຽງ ເພື່ອຊ່ວຍຕິດຕາມກວດກາການເຄື່ອນໄຫວຕ່າງໆຂອງບັນດາເປົ້າໝາຍທີ່ກໍ່ຄວາມບໍ່ສະຫງົບ ເຮັດໃຫ້ມີຄວາມສະຫງົບໂດຍພື້ນຖານ ແລະ ມີຄວາມພ້ອມ 100%.
ຈາກນັ້ນ, ໄດ້ມີການສົນທະນາແລກປ່ຽນບັນຫາຕ່າງໆ ເປັນຕົ້ນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ທີ່ຕິດພັນກັບວຽກງານກະກຽມ ແລະ ດຳເນີນການເລືອກຕັ້ງຂອງແຕ່ລະອະນຸກໍາມະການ ເພື່ອຮັບປະກັນຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງຄັ້ງນີ້ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້; ພ້ອມນັ້ນ, ຍັງໄດ້ລົງກວດກາຕົວຈິງບັນຍາກາດ ແລະ ສະຖານທີ່ປ່ອນບັດເລືອກຕັ້ງຢູ່ບ້ານຫ້ວຍຊາຍ ໜ່ວຍເລືອກຕັ້ງທີ II ຂອງເມືອງທ່າແຕງ ເຫັນວ່າຈັດຕັ້ງປະຕິບັດຕາມຄໍາແນະນໍາ ແລະ ແຈ້ງການຂອງຂັ້ນເທິງວາງອອກ ແລະ ມີຄວາມພ້ອມ 100%.
ທົ່ວແຂວງເຊກອງ ມີ 106 ໜ່ວຍປ່ອນບັດ, ຜູ້ມີສິດປ່ອນບັດເລືອກຕັ້ງ 76,910 ຄົນ ເພີ່ມຂຶ້ນຈາກຊຸດທີ່ຜ່ານມາ 7,126 ຄົນ, ມີຜູ້ອອກສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ຈໍານວນ 10 ທ່ານ ຍິງ 2 ທ່ານ, ເລືອກເອົາ 7 ທ່ານ, ມີຜູ້ອອກສະໝັກຮັບເລືອກຕັ້ງເປັນ ສສຂ ຊຸດທີ V 33 ທ່ານ ຍິງ 09 ທ່ານ, ເລືອກເອົາ 25 ທ່ານ.
(ນາງ ກົງໃຈ ແສງອຳພັນ)

