ແຂວງຄຳມ່ວນ ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ.

ພ.ພ. 30, 2025 | ເຂດ 12 ຄຳມ່ວນ

  ພິທີປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ກົງກັບວັນເດັກນ້ອຍສາກົນ ປະຈໍາປີ 2025, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ພຶດສະພາ 2025 ນີ້, ທີ່ ເຂດສຳປະທານບໍລິສັດ ແມ່ຂອງ ປູກໄມ້ຈຳກັດ ບ້ານໂພນສະອາດ ເມືອງຫີນບູນ ແຂວງຄຳມ່ວນ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ນໍາພາປູກຕົ້ນໄມ້ໃນຄັ້ງນີ້: ໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍບັນດາທ່ານການນຳຂອງແຂວງ, ມີບັນດາທ່ານຕາງໜ້າໃຫ້ພະແນກການ, ອົງການປົກຄອງເມືອງອ້ອມຂ້າງ, ບັນດາຫ້ອງການ, ຕາງໜ້າບໍລິສັດແມ່ຂອງປູກໄມ້ຈຳກັດ, ແຂກຖືກເຊີນ ແລະ ຕະຫຼອນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ.
  ການສ້າງຂະບວນການປູກຕົ້ນໄມ້ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນ ປູກຕົ້ນໄມ້ແຫ່ງຊາດ ແມ່ນເປັນກິດຈະກຳປົກກະຕິຂອງຊາດລາວເຮົາ ເວົ້າລວມ, ເວົ້າສະເພາະ ກໍແມ່ນ ແຂວງຄຳມ່ວນ ໄດ້ຈັດຕັ້ງປະຕິບັດຜ່ານມາໃນທຸກໆປີ, ເພື່ອໃຫ້ມີຄວາມໝາຍຄວາມສໍາຄັນ ແລະ ມີຄວາມຍືນຍົງກາຍເປັນແຮງບັນດານໃຈໃຫ້ຄົນລາວທຸກຖ້ວນໜ້າເພີ້ມທະວີຄວາມຮັກປ່າໄມ້ ແລະ ປົກປັກຮັກສາສິ່ງແວດລ້ອມ, ເພື່ອຮັບປະກັນເຮັດໃຫ້ ສປປ ລາວ ເວົ້າລວມ, ເວົ້າສະເພາະຢູ່ ແຂວງຄໍາມ່ວນ ໃຫ້ເຕັມໄປດ້ວຍພື້ນທີ່ ສີຂຽວ, ມີສະພາບສິ່ງແວດລ້ອມທີ່ອຸດົມສົມບູນ.
ໂດຍ: ເອື້ອ ມະໂນສິງ