
(ສພຊ) ເພື່ອເຮັດທົດລອງການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ ທີ່ຕິດພັນກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເພື່ອກະກຽມລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ເພື່ອເປັນບົດຮຽນໃຫ້ແກ່ການກະກຽມປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 3 ສະບັບ ທີ່ຈະກະກຽມປະເມີນໃນມໍ່ໆນີ້ ຄື: ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ.

ໂດຍປະຕິບັດຕາມຄຳແນະນໍາ ຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 03/ຄປຈ, ລົງວັນທີ 1 ເມສາ 2022 ວ່າດ້ວຍການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ ໃນວັນທີ 19 ເມສາຜ່ານມາ, ຄະນະຮັບຜິດຊອບຊີ້ນໍາການປະເມີນການຈັດຕັ້ງປະຕິບັດກົດໝາຍ ໄດ້ຈັດກອງປະຊຸມເຮັດທົດລອງປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ ຢູ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍການເປັນປະທານຂອງ ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ທັງເປັນປະທານກຳມາທິການກົດໝາຍ, ຫົວໜ້າຄະນະຮັບຜິດຊອບຊີ້ນໍາການປະເມີນການຈັດຕັ້ງປະຕິບັດກົດໝາຍ; ເຂົ້າຮ່ວມມີບັນດາທ່ານໃນຄະນະຮັບຜິດຊອບ ແລະ ກອງເລຂາ, ທ່ານລັດຖະມົນຕີ-ຮອງລັດຖະມົນຕີ ບັນດາກະຊວງກ່ຽວຂ້ອງ, ບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ, ລັດຖະກອນຂອງກຳມາທິການກົດໝາຍ ແລະ ກະຊວງຊັບພະຍາກກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຳນວນໜຶ່ງ.

(ກົມຕິດຕາມກວດກາ, ໂຄສະນາ ແລະ ຕີຄວາມໝາຍກົດໝາຍ)