(ສພຊ) – ວັນທີ 15 ມັງກອນນີ້, ທ່ານ ສັນຍາ ປຣະເສີດ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກໍາມາທິການການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ນາງ ເຮັດເຕີ ວາເຣຍວາ (Heather VARIAVA) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປລາວ.
ໃນການພົບປະຄັ້ງນີ້, ທ່ານປະທານກໍາມາທິການການຕ່າງປະເທດ ສັນຍາ ປຣະເສີດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປລາວ ຕະຫຼອດໄລຍະເວລາເກືອບ 2 ປີທີ່ຜ່ານມາ ເຊິ່ງທ່ານເອກອັກຄະລັດຖະທູດ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ ແລະ ອາເມລິກາ ທີ່ເຫັນໄດ້ວ່າມີການພັດທະນາ ແລະ ຂະຫຍາຍຕົວໃນຫຼາຍໆດ້ານ ເປັນຕົ້ນ ການຊຸກຍູ້ການແລກປ່ຽນຢ້ຽມຢາມລະຫວ່າງຄະນະຜູ້ແທນຂອງ ສ.ອາເມລິກາ ແລະ ສປປລາວ ໃນຫຼາຍລະດັບ ແລະ ຫຼາຍຂະແໜງການ; ການເປັນຂົວຕໍ່ປະສານງານໃນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ເປັນຕົ້ນ: ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ການຮ່ວມມືດ້ານເສດຖະກິດ-ການຄ້າ, ການສຶກສາ, ສາທາລະນະສຸກ, ໂພຊະນາການ, ວັດທະນະທໍາ ແລະ ອື່ນໆ, ພິເສດ ແມ່ນໄດ້ປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປລາວ – ສ.ອາເມລິກາ ແລະ ການຮ່ວມມືກັນຂອງສອງລັດຖະບານ ໃນໂຄງການຂຸດຄົ້ນກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມ (MIA) ຄົບຮອບ 40 ປີ ໃນປີ 2025 ຜ່ານມາ. ສໍາລັບປີ 2026 ນີ້ ກໍເປັນອີກປີໜຶ່ງທີ່ມີຄວາມໝາຍຄວາມສໍາຄັນສໍາລັບການພົວພັນສອງຝ່າຍ ຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງ ສປປລາວ ແລະ ສ.ອາເມລິກາ. ຕໍ່ກັບສະພາແຫ່ງຊາດ, ໃນໄລຍະຜ່ານມາ ທ່ານທູດກໍໄດ້ຊ່ວຍສະໜັບສະໜູນ ແລະ ຊຸກຍູ້ບັນດາໂຄງການຕ່າງໆ ໂດຍສະເພາະແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ກ່ຽວກັບການປະຕິບັດພາລະບົດບາດດ້ານນິຕິບັນຍັດ, ການສ້າງ ແລະ ປັບປຸງນິຕິກຳ, ການສະໜັບສະໜູນດ້ານທຶນຮອນໃນການສ້າງບຸກຄະລາກອນຮັບໃຊ້ໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ຂອງສະພາແຫ່ງຊາດລາວ ທີ່ໄດ້ຈັດໃນປີ 2024 ແລະ ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ.
ໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ນາງ ເຮັດເຕີ ວາເຣຍວາ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານ ສປປລາວ ກໍຄືສະພາແຫ່ງຊາດ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມື ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປປລາວ ຈົນໄດ້ຮັບຜົນສໍາເລັດເປັນຢ່າງດີ, ພ້ອມທັງສະແດງຄວາມຫວັງວ່າ ສະພາແຫ່ງຊາດລາວ ຈະສືບຕໍ່ໃຫ້ຄວາມຮ່ວມມືແກ່ທ່ານເອກອັກຄະລັດຖະທູດ ສ.ອາເມລິກາ ປະຈໍາ ສປປລາວ ຄົນໃໝ່ ທີ່ຈະມາຮັບໜ້າທີ່ໃນຕໍ່ໜ້າ ເພື່ອຮ່ວມກັນສືບຕໍ່ຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ.
ເອກອັກຄະລັດຖະທູດສະຫະລັດ ເຂົ້າຢ້ຽມອໍາລາປະທານກໍາມາທິການການຕ່າງປະເທດ
