ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງບາງມາດຕາຂອງກົດໝາຍສານປະຊາຊົນ

ມ.ຖ. 18, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ຕອນບ່າຍວັນທີ 16 ມິຖຸນາຜ່ານມາ, ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ຂຶ້ນສະເໜີກ່ຽວກັບເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ເຊິ່ງທ່ານໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍສານປະຊາຊົນສະບັບທຳອິດ ໄດ້ຖືກຮັບຮອງເອົາໃນປີ 1989 ແລະ ໄດ້ຮັບການປັບປຸງມາແລ້ວ 4 ຄັ້ງ; ມາຮອດປີ 2024 ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງສະບັບປັບປຸງ ແລະ ໃນເດືອນມີນາ 2025 ກໍໄດ້ປະກາດໃຊ້ລັດຖະທຳມະນູນສະບັບປັບປຸງ; ພ້ອມດຽວກັນນັ້ນ, ອີງໃສ່ສະພາບການຈັດຕັ້ງປະຕິບັດແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ IV (2021-2025) ແລະ ແຜນການເຄື່ອນໄຫວວຽກງານຮອບດ້ານຂອງສານປະຊາຊົນ ເຊິ່ງມີຄວາມຈຳເປັນໃນການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ໂດຍອີງໃສ່ສະພາບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດຕົວຈິງ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງບາງມາດຕາ ໃຫ້ມີຄວາມສອດຄ່ອງ ແລະ ກົມກຽວກັນ; ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຂອງພະນັກງານສານປະຊາຊົນ ຍັງມີກົນໄກທີ່ບໍ່ລະອຽດ, ຈະແຈ້ງ, ມີບາງອັນຊໍ້າຊ້ອນ ເຮັດໃຫ້ມີປາກົດການການແກ້ໄຂບຸກຄະລາກອນມີຄວາມຊັກຊ້າ, ແກ່ຍາວ; ການຄຸ້ມຄອງ, ການຕິດຕາມກວດກາການປະຕິບັດໜ້າທີ່ ແລະ ການປະພຶດຂອງພະນັກງານສານປະຊາຊົນ ຍັງບໍ່ທັນຮັດກຸມ ແລະ ຜ່ານຫຼາຍຂັ້ນຕອນໂດຍບໍ່ສົມເຫດສົມຜົນ.
ທ່ານ ນາງ ວຽງທອງ ສີພັນດອນ ໄດ້ກ່າວຕື່ມວ່າ: ພາຍຫຼັງກົດໝາຍສະບັບນີ້ ໄດ້ຮັບການຮັບຮອງ ແລະ ປະກາດໃຊ້ ຈະກາຍເປັນເຄື່ອງມືສໍາຄັນໃຫ້ສານປະຊາຊົນສູງສຸດ ແລະ ສານປະຊາຊົນທ້ອງຖິ່ນ ນໍາໃຊ້ເຂົ້າໃນການຄຸ້ມຄອງ, ຕິດຕາມ, ກວດກາ ການປະຕິບັດໜ້າທີ່ຂອງສານປະຊາຊົນ ໄດ້ຢ່າງມີປະສິດທິພາບ, ຮັບປະກັນໃຫ້ການຕັດສິນ, ພິພາກສາຄະດີ ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ເປັນທໍາຍິ່ງຂຶ້ນ; ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຂອງພະນັກງານສານປະຊາຊົນ ມີຄວາມໂປ່ງໃສ, ຖືກຕ້ອງກັບສະພາບການຕົວຈິງ.
ຈາກນັ້ນ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ກໍໄດ້ມີບາງຄຳເຫັນເຈາະຈີ້ມ ເພື່ອເປັນທິດທາງໃນການຄົ້ນຄວ້າ, ປະກອບຄຳເຫັນ ແນໃສ່ເຮັດໃຫ້ເນື້ອໃນຮ່າງກົດໝາຍດັ່ງກ່າວ ມີຄວາມຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ແທດເໝາະກັບຕົວຈິງ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ກໍໄດ້ຜັດປ່ຽນກັນປະກອບຄຳຄິດເຫັນຢ່າງມີຈຸດສຸມ.
(ນາງ ສຸພາວັນ ຫອມສະນິດ)