ເລຂາທິການ ສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ທີ່ສະພາປະຊາຊົນແຂວງສາລະວັນ

ສ.ຫ. 26, 2025

ໃນວັນທີ 26 ສິງຫາ 2025 ນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກໍາມະການສໍາຮອງສູນກາງພັກ ເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ແລະ ເກັບກໍາຂໍ້ມູນ ການເຄື່ອນໄຫວວຽກງານຂອງຄະນະເລຂາທິການ ສະພາປະຊາຊົນແຂວງສາລະວັນ, ໂດຍໃຫ້ກຽດຕ້ອນຮັບ ແລະ ເຂົ້າຮ່ວມ ຂອງທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 14, ປະທານສະພາປະຊາຊົນແຂວງ, ທ່ານ ສົມພອນ ແສງສຸລິຈັນ ເລຂາທິການ ສະພາປະຊາຊົນແຂວງ, ເຂົ້າຮ່ວມມີຄະນະປະຈໍາ, ຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າ-ຮອງຫົວໜ້າຂະແໜງການ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ;

ໃນທີ່ປະຊຸມທ່ານ ສົມພອນ ແສງສຸລິຈັນ ເລຂາທິການ ສະພາປະຊາຊົນແຂວງ ໄດ້ລາຍງານ ສະພາບ ຜົນສໍາເລັດ, ຂໍ້ສະດວກ, ຫຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ເປັນເສນາທິການໃຫ້ແກ່ຄະນະປະຈໍາ ສະພາປະຊາຊົນແຂວງ, ຄະນະສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ຕາມພາລະບົດບາດຂອງ ຄະນະເລຂາທິການ ສະພາປະຊາຊົນແຂວງສາລະວັນ ເປັນຕົ້ນ ວຽກງານເນື້ອໃນຄົ້ນຄວ້າ-ສັງລວມ, ເລຂານຸການ-ການນໍາ; ວຽກງານການຄຸ້ມຄອງການຈັດຕັ້ງ-ພະນັກງານ; ວຽກງານຄຸ້ມຄອງບໍລິການ-ການເງິນ ແລະ ວຽກງານສື່ມວນຊົນ;

ຈາກນັ້ນ, ຕາງໜ້າຈາກຄະນະກົມ, ຄະນະພະແນກ ຂອງສະພາແຫ່ງຊາດ ໄດ້ເຈາະຈິ້ມບາງບັນຫາທີ່ຍັງບໍ່ທັນເຫັນ ຂໍ້ຫຍຸ້ງຍາກຕື່ມອີກ ໂດຍສະເພາະ ກ່ຽກກັບການຄຸ້ມຄອງພາຫະນະ ດໍາລັດ 599/ລບ, ຂໍ້ຫຍຸ້ງຍາກຂອດການພົວພັນປະສານງານກັບພາກສ່ວນທີ່ກ່ຽວຂ້ອງ, ແຜນກ່ຽວກັບກໍ່ສ້າງຫ້ອງປະຊຸມໃໝ່, ວຽກງານການແກ້ໄຂ ສາຍດ່ວນ ຄໍາສະເໜີຂອງປະຊາຊົນ ທີ່ສະພາແຫ່ງຊາດໄດ້ຈັດສົ່ງໃຫ້ ສະພາປະຊາຊົນແຂວງ, ວຽກການບັນຈຸສັບຊ້ອນພະນັກງານ, ວຽກງານກວດກາ, ວຽກເລຂານຸການ-ການນໍາ ແລະ ວຽກງານອື່ນໆ; ຫຼັງຈາກນັ້ນ, ປະທານກອງປະຊຸມ ໄດ້ເປີດໂອກາດໃຫ້ຄະນະເລຂາທິການ ສະພາປະຊາຊົນແຂວງ ໄດ້ອະທິບາຍ ຊີ້ແຈ້ງຕໍ່ກັບບັນຫາທີ່ຕັ້ງຂຶ້ນ ແນ່ໃສ່ເຮັດໃຫ້ການເຄື່ອນໄຫວວຽກງານຮອບດ້ານ ຂອງຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ປັບປຸງໃຫ້ສອດຄ່ອງກັບພາລະບົດບາດ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນດີຂື້ນ.

 

ພາບ-ຂ່າວ: ດີລໍາພົນ ພົມມະຈັນ