loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເມືອງໄຊເສດຖາ ຮັບຟັງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3​ ຂອງ​ ສພຊ​ ແລະ​ ສພຂ.

ຕ.ລ. 24, 2022 | ເຂດ 17 ອັດ​ຕະ​ປື


ໃນວັນທີ 20 ຕຸລາ 2022. ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 17 ແຂວງອັດຕະປື ແລະ​ ສະມາຊິກສະພາປະຊາຊົນແຂວງ​ (ສສຂ)​ ປະຈໍາເຂດເລືອກຕັ້ງເມືອງໄຊເສດຖາ ໄດ້ເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ (ສພຊ)​ ແລະ​ ສະພາປະຊາຊົນແຂວງ​ (ສພຂ)​, ທີ່ສະໂມສອນຫ້ອງວ່າການເມືອງໄຊເສດຖາ, ນໍາໂດຍ ທ່ານ ນາງ ພອນມະນີ​ ຂຽນໄຊຍະວົງ ຮອງປະທານຄະນະ ສສຊ ເຂດ17 ຮອງປະທານ ສພຂ ແລະ​ ທ່ານ​ ອຸດສະຫະ​ ກົມມະເມືອງ​ ສສຂ​ ປະຈໍາເຂດເລືອກຕັ້ງເມືອງ ພ້ອມຄະນະ, ເຂົ້່າຮ່ວມຮັບຟັງມີບັນດາທ່ານຄະນະປະຈໍາພັກເມືອງ, ກຳມະການພັກເມືອງ,​ ຫົວໜ້າ-ຮອງ​ຫົວໜ້າ​ຫ້ອງການ,​ ນາຍແລະພົນທະຫານ,​ນາຍແລະພົນຕໍາຫລວດ ຕະຫລອດຮອດ ພະນັກງານ-ລັດຖະກອນ​ ອ້ອມຂ້າງເມືອງເຂົ້າຮ່ວມ

ທ່ານ​ ນ​າງ ພອນມະນີ​ ຂຽນໄຊຍະວົງ ໄດ້ຍົກໃຫ້ເຫັນບັນຫາສໍາຄັນທີ່ໄດ້ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສະພາແຫ່ງຊາດ ເປັນຕົ້ນ:ເນື້ອໃນມະຕິກອງປະຊຸມ ສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022; ຮັບຮອງຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ; ຮັບຮອງການປະເມີນຜົນການຈັດຕັ້ງປະຕິບັດ ກົດໝາຍ 4 ສະບັບ ຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ; ຮັບຮອງທິດທາງການປະຕິຮູບລັດວິສາຫະກິດ ລວມ ທັງການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ; ຮັບຮອງການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19. ຮັບຮອງການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດສຶກສາທິການ ແລະ ກິລາ ໂດຍສະເພາະການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນ ທຸກສາຍ ໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍະກໍາ; ແລະ ຮັບຮອງເອົາການເລືອກຕັ້ງປະກອບອົງການກວດສອບແຫ່ງລັດ, ຮັບຮອງເອົາການສະ ເໜີແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ,
ຈາກນັ້ນ,​ ສະມາຊິກສະພາປະຊາຊົນແຂວງ​ ປະຈໍາເຂດເລືອກຕັ້ງ​ເມືອງ​ ກໍໄດ້ຍົກໃຫ້ເຫັນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ3 ຂອງສະພາປະຊາຊົນແຂວງ​ອັດຕະປື​ ເປັນຕົ້ນ:ມະຕິກອງປະຊຸມ ຂອງສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງສະພາປະຊາຊົນແຂວງ ໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ຫາກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ແຜນຮອດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງຊຸດທີ II, ຮັບຮອງການຈັດຕັ້ງປະຕິບັດແຜນພັດທ່ະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2022 ແລະ ທິດທາງ 6ເດືອນທ້າຍປີ 2022, ຮັບຮອງການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດຂັ້ນແຂວງ 6 ເດືອນຕົ້ນປີ 2022 ແລະ ທິດທາງ 6ເດືອນທ້າຍປີ 2022, ໃນນັ້ນຜູ້ເຂົ້າຮ່ວມຍັງໄດ້ມີຄໍາສະເໜີ ແລະ ແລກປ່ຽນຄໍາຄິດຄໍາເຫັນ.
(ນັກຂ່າວ:ສພຂ​ ອັດຕະປື)