loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເພື່ອຮັບປະກັນໃຫ້ແກ່ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກ ງານປະຈໍາປີ 2022 ຂອງສະພາປະຊາຊົນແຂວງວຽງຈັນ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້

ສ.ຫ. 12, 2022 | ເຂດ 10 ວຽງຈັນ

 

 

 

ໃນຕອນເຊົ້າຂອງ ວັນທີ 12 ສິງຫາ 2022 ມື້ທີ 3 ຂອງການດໍາເນີນກອງປະ ຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາ ຊົນແຂວງ ຊຸດທີ II ໂດຍການ ເປັນປະທານກອງປະຊຸມ ຂອງທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກ ແຂວງ, ປະທານຄະ ນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດ ເລືອກຕັ້ງທີ່ 10 ແຂວງວຽງຈັນ ມີບັນດາການນໍາຂອງແຂວງ, ສະມາຊິກສະ ພາແຫ່ງຊາດ ຊຸດທີ IX , ສະມາຊິກສະ ພາປາຊົນແຂວງ ຊຸດທີ II ແລະ ພະນັກງານວິຊາ ການທີ່ກ່ຽວຂ້ອງ ເຂົ້າຮ່ວມ
ໃນວາລະຂອງການດໍາເນີນກອງປະຊຸມ ທ່ານ ນາງ ຈັນທະຄອນ ສີອໍາພອນ ຮອງປະທານສະພາປະຊາຊົນແຂວງ, ປະທານຄະນະກໍາມະການວັດທະນະ ທໍາ-ສັງຄົມ ແລະ ບັນດາເຜົ່າ ໄດ້ຂຶ້ນ ລາຍງານຕໍ່ກອງປະຊຸມກ່ຽວກັບການ ຈັດຕັ້ງປະຕິບັດແຜນການເຄື່ອນວຽກງານ 6 ເດືອນ ຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2022 ຂອງສະພາປະຊາຊົນແຂວງວຽງຈັນ ໂດຍ ທ່ານໄດ້ຍົກໃຫ້ເຫັນໝາກຜົນ ຜົນງານ ດ້ານດີ ຂອງການເຄື່ອນໄຫວວຽກ ງານຕາມ 3 ພາລະບົດບາດຄື: ດ້ານນິຕິກໍາ, ດ້ານຕົກລົງບັນຫາສໍາຄັນພື້ນ ຖານຂອງແຂວງ ແລະ ດ້ານການຕິດຕາມກວດກາ. ໃນໄລຍະ 1 ປີຜ່ານມາ ເຊິ່ງເຫັນໄດ້ດ້ານດີ ແລະ ຂໍ້ຄົງຄ້າງ ທີ່ສະ ພາປະຊາຊົນແຂວງຈະຕ້ອງໄດ້ສຸມ ໃສ່ ໃນປີ 2022 ແລະ ເພື່ອເປັນການຮັບປະກັນໃຫ້ແກ່ການຈັດຕັັ້ັ້ງປະຕິບັດ ແຜນການ ເຄື່ອນໄຫວວຽກງານວຽກງານໃນຕໍ່ໜ້າຈຶ່ງໄດ້ວາງທິດທາງແຜນ ການດັ່ງນີ້:
1. ປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ, ສ້າງພະນັກ ງານທາງດ້ານປະລິມານ ແລະ ຄຸນນະພາບ ໃຫ້ສົມຄູ່ກັບທີ່ຕັ້ງ, ພາລະບົດ ບາດໃນການເຄື່ອນໄຫວໃຫ້ສອດຄ່ອງກັບໜ້າທີ່ການເມືອງ ແລະ ມີປະສິດ ທິຜຜົນສູງຕາມທີ່ລັດຖະທໍາມະນູນ ແລະ ກົດໝາຍກໍານົດໄວ້.
2. ຍົກສູງຄຸນນະພາບ, ປະສິດທິພາບ ການພິຈາລະ ນາຕົກລົງບັນຫາສໍາຄັນ ຂອງແຂວງ, ຄົ້ນຄວ້າປະ ກອບຄໍາເຫັນ ໃນການສ້າງ, ປັບປຸງກົດໝາຍ ຕາມແຜນຂອງສະພາແຫ່ງຊາດ ແລະ ນິຕິກໍາຕ່າງໆ ຂອງອົງການປົກຕອງ ແຂວງ ແລະ ເມືອງປະຕິບັດພາລະບົດບາດການຕິດຕາມກວດກາ ແລະ ການເຂົ້າຮ່ວມແຕ່ຫົວທີໃນການຄົ້ນຄວ້າພິຈາລະນາ ຮັບຮອງເອົາການຈັດຕັ້ງແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານ ແລະ ແຜນ ການ ປະຈໍາປີຂອງແຂວງ.
3. ເພີ່ມທະວີໃນການຄົ້ນຄວ້າ, ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍ ຂອງພັກ, ລະບຽບ ແລະ ກົດ ໝາຍຂອງລັດ, ສຶກສາອົບຮົມພະນັກງານ-ລັດ ຖະກອນ ຮັບປະກັນໃຫ້ແກ່ການປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ ຂອງສະມາ ຊິກສະພາປະຊາ ຊົນແຂວງ ໄດ້ເປັນຢ່າງດີ ມີຄວາມສາ ມັກຄີທັງ ພາຍໃນ ແລະ ພາຍນອກໃຫ້ກ້ວາງຂວາງ.
4. ປະກອບສ່ວນໃນການເຄື່ອນໄຫວວຽກງານຕ່າງປະເທດ ຕາມແຜນການ ຂອງສະພາແຫ່ງຊາດ, ອົງ ການປົກຄອງແຂວງ ຍາດແຍ່ງຊ່ວຍ ເຫຼືອຈາກ ອົງ ການຈັດຕັ້ງສາກົນຕາມການຕົກລົງເຫັນດີຂອງຂັ້ນເທິງ