ເຝິກອົບຮົມວຽກງານເລືອກຕັ້ງ ໃຫ້ພະນັກງານຫຼັກແຫຼ່ງຂັ້ນທ້ອງຖິ່ນ

ທ.ວ. 12, 2025

(ສພຊ) – ວັນທີ 11-12 ທັນວານີ້ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມເຝິກອົບຮົມໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນທ້ອງຖິ່ນ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ປະທານຄະນະກຳມະການເລືອກຕັ້ງລະດັບຊາດ (ຄລຊ); ມີບັນດາທ່ານກຳມະການ ຄລຊ ພ້ອມດ້ວຍເລຂາຄະນະບໍລິຫານງານພັກແຂວງ-ນະຄອນຫຼວງ, ປະທານສະພາປະຊາຊົນຂັ້ນແຂວງ (ສພຂ), ຫົວໜ້າຄະນະຈັດຕັ້ງ, ຫົວໜ້າຄະນະໂຄສະນາອົບຮົມ, ປະທານແນວລາວສ້າງຊາດ, ປະທານອົງການກວດກາພັກ-ລັດ, ຫົວໜ້າຫ້ອງວ່າການປົກຄອງ ແຂວງ-ນະຄອນຫຼວງ, ເລຂາທິການ ສພຂ, ເລຂາຄະນະບໍລິຫານງານພັກເມືອງ-ນະຄອນ ໃນທົ່ວປະເທດ ເຂົ້າຮ່ວມຫຼາຍກວ່າ 300 ທ່ານ.
ທ່ານ ປອ. ໄຊສົມພອນ ພົມວິຫານ ກ່າວວ່າ: ການເຝິກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຖືກຕ້ອງຕາມເນື້ອໃນ, ຈິດໃຈຂອງມະຕິກົມການເມືອງສູນກາງພັກ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ສອດຄ່ອງຕາມກົດໝາຍກຳນົດໄວ້; ເພື່ອເຊື່ອມຊຶມບັນດາເອກະສານກ່ຽວກັບການເລືອກຕັ້ງ, ແນະນຳການກະກຽມ ແລະ ດໍາເນີນການເລືອກຕັ້ງ ໃຫ້ຖືກຕ້ອງຕາມກົດໝາຍ, ແລະ ມີຄວາມເປັນເອກະພາບແຕ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ; ເພື່ອສຶກສາອົບຮົມການເມືອງ-ແນວຄິດ ແລະ ປຸກລະດົມການເສີມຂະຫຍາຍຈິດໃຈຮັກຊາດ ສິດປະຊາທິປະໄຕ ໃນການເລືອກຕັ້ງ, ຍົກສູງສະຕິຊາດ, ມີຄວາມເປັນເອກະພາບ ແລະ ຄວາມສາມັກຄີປອງດອງ, ມີສະຕິລະວັງຕົວ, ເປັນເຈົ້າການຕອບຕ້ານກົນອຸບາຍ ແລະ ການທຳລາຍຂອງພວກປໍລະປັກ ທີ່ຫວັງມ້າງເພທຳລາຍລະບອບໃໝ່ຂອງພວກເຮົາ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຄື: ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີນໍາພາ-ຊີ້ນໍາຂອງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ເພີ່ມທະວີການນຳພາແນວຄິດ ແລະ ເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ເນື້ອໃນສຳຄັນຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດແຜນດຳເນີນງານຂອງຄະນະກຳມະການເລືອກຕັ້ງລະດັບຊາດ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ຄຳແນະນຳຂອງຄະນະກຳມະການເລືອກຕັ້ງລະດັບຊາດ ກ່ຽວກັບການແຕ່ງຕັ້ງຄະນະກຳມະການເລືອກຕັ້ງ ແລະ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຂັ້ນທ້ອງຖິ່ນ, ຢູ່ສະຖານທູດ, ກົງສູນລາວ ແລະ ສຳນັກງານຜູ້ຕາງໜ້າຖາວອນ ຂອງ ສປປລາວ ຢູ່ຕ່າງປະເທດ; ແຈ້ງການເຖິງກະຊວງປ້ອງກັນປະເທດ-ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະກຳມະການປົກຄອງແຂວງ, ນະຄອນຫຼວງ ກ່ຽວກັບການເກັບກຳສະຖິຕິຜູ້ມີສິດປ່ອນບັດເລືອກຕັ້ງ, ການກຳນົດໜ່ວຍປ່ອນບັດເລືອກຕັ້ງ ແລະ ການແຕ່ງຕັ້ງຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ; ຄຳແນະນຳກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຄຳແນະນຳກ່ຽວກັບລະບຽບການຄຸ້ມຄອງງົບປະມານຮັບໃຊ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ຄຳແນະນຳຂອງຄະນະກຳມະການເລືອກຕັ້ງລະດັບຊາດ ວ່າດ້ວຍການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ; ຄຳຖາມ-ຄຳຕອບ ກ່ຽວກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ຄຳຖາມ-ຄຳຕອບ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ຄຳຖາມ-ຄຳຕອບ ກ່ຽວກັບລະບຽບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ຄຳແນະນຳກ່ຽວກັບການຜັນຂະຫຍາຍຜົນສຳເລັດການດຳເນີນກອງປະຊຸມເຝິກອົບຮົມຄັ້ງນີ້.
ຜູ້ເຂົ້າຮ່ວມໄດ້ເອົາໃຈໃສຄົ້ນຄວ້າ, ເຊື່ອມຊຶມ ແລະ ປະກອບຄວາມເຫັນຕໍ່ແຕ່ລະເນື້ອໃນ ເພື່ອຄວາມເຂົ້າໃຈເປັນເອກະພາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.
‎(ນາງ ກຸກກິກ ບຸດດາໄຊ)