ເຝິກອົບຮົມການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ

ກ.ຍ. 23, 2025

(ສພຊ) – ກໍາມາທິການກົດໝາຍ ໄດ້ຈັດກອງປະຊຸມເຝິກອົບຮົມການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ ໃນວັນທີ 17-18 ກັນຍາຜ່ານມາ ທີ່ເມືອງນາກາຍ ແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ຄໍາແພງ ວິລະພັນ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ ເຊິ່ງມີທ່ານຮອງປະທານ, ເລຂາທິການ, ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງ (ສພຂ) ຄໍາມ່ວນ; ຫົວໜ້າກົມ, ຄະນະພະແນກ ແລະ ລັດຖະກອນວິຊາການກົມຕິດຕາມກວດກາ, ໂຄສະນາ ແລະ ຕີຄວາມໝາຍກົດໝາຍ; ທ່ານຮອງເຈົ້າເມືອງນາກາຍ, ບັນດາທ່ານຮອງປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງການຄວາມສະງົບ, ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ຂອງ ສພຂ ບໍລິຄໍາໄຊ, ສະຫວັນນະເຂດ ແລະ ຈໍາປາສັກ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ລັດຖະກອນວິຊາການຈາກ ສພຂ 4 ແຂວງດັ່ງກ່າວ ເຂົ້າຮ່ວມລວມທັງໝົດ 44 ທ່ານ, ຍິງ 20 ທ່ານ.
ທັງນີ້, ກໍເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ສົ່ງເສີມທັກສະທາງດ້ານວິຊາການ ກ່ຽວກັບການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງນະຄອນ ຫຼວງ, ແຂວງ ໃຫ້ແກ່ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ທາງດ້ານວຽກງານດັ່ງກ່າວ.
ໃນກອງປະຊຸມ, ໄດ້ຮັບຟັງການນໍາສະເໜີບົດຮຽນກ່ຽວກັບການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ຂອງກໍາມາທິການກົດໝາຍ; ບາງບົດຮຽນການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄໍາມ່ວນ; ຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ; ບາງບົດຮຽນການສ້າງ ແລະ ປັບປຸງຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ ແລະ ການຕິດຕາມກວດກາການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ມີການແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງແຕ່ລະແຂວງ ເຊິ່ງມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ສົມທົບໃສ່ຄູ່ມື ເປັນຕົ້ນ: ການສ້າງແຜນການ, ບົດລາຍງານກ່ຽວກັບການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ ແລະ ວຽກງານການສ້າງ ແລະ ປັບປຸງນິຕິກໍາຂອງທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ມີຜົນສໍາເລັດຫຼາຍຂຶ້ນກວ່າເກົ່າ. ໃນຕອນທ້າຍ, ປະທານກອງປະຊຸມ ໄດ້ເນັ້ນໃຫ້ເອົາໃຈໃສ່ບາງຈຸດ ເປັນຕົ້ນ: ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດໃນການຕິດຕາມກວດກາການປະເມີນຜົນຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກໂຄງການມູນນິທິ ເວດມິນເທີ ເພື່ອປະຊາທິປະໄຕ (Westminster Foundation for Democracy – WFD).
(ກົມຕິດຕາມກວດກາ, ໂຄສະນາ ແລະ ຕີຄວາມໝາຍກົດໝາຍ)