

ກອງປະຊຸມໄດ້ຮັບການກ່າວຕ້ອນຮັບຈາກທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ; ຮັບຟັງຄວາມຮູ້ພື້ນຖານກ່ຽວກັບວຽກງານສິດທິມະນຸດ ແລະ ການເຄື່ອນໄຫວວຽກງານສິດທິມະນຸດ ຂອງ ສປປລາວ ໃນເວທີພາກພື້ນ ແລະ ສາກົນ ຈາກຕາງໜ້າກົມສົນທິ ສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ; ພາລະບົດບາດຂອງສະພາແຫ່ງຊາດ ຕໍ່ກັບການຮັບຮອງ, ໃຫ້ສັດຕະຍາບັນ ແລະ ການເຂົ້າຮ່ວມເປັນພາຄີສົນທິສັນຍາ, ການຕິດຕາມການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິ ສັນຍາສາກົນ ຈາກຕາງໜ້າກົມພົວພັນລັດຖະສະພາຫຼາຍຝ່າຍ, ກຳມາທິການການຕ່າງປະເທດ; ການເຂົ້າຮ່ວມຂະບວນການທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ຮອບວຽນທີ 3 ຕາງໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ; ວຽກງານການຄຸ້ມ ຄອງການເຄື່ອນໄຫວສາສະໜາ ຢູ່ ສປປລາວ ຈາກຜູ້ຕາງໜ້າກົມຊົນເຜົ່າ ແລະ ສາສະໜາ, ກະຊວງພາຍໃນ; ສັງລວມຂໍ້ກ່າວຫາກໍລະນີຕ່າງໆພາຍໃຕ້ຂັ້ນຕອນພິເສດ ສປຊ ແລະ ການຕອບໂຕ້ຊີ້ແຈງອະທິບາຍຂອງ ສປປລາວ ແລະ ການເຜີຍແຜ່ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ຈາກຕາງໜ້າກົມສົນທິສັນຍາ ແລະ ກົດ ໝາຍ ກະຊວງການຕ່າງປະເທດ. ຈາກນັ້ນ, ຜູ້ແທນກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ບົດຕ່າງໆ ແລະ ສົນທະນາຖອດຖອນບົດຮຽນຕາມບັນຫາທີ່ຕົນໃຫ້ຄວາມສົນໃຈ ແລະ ຈຳເປັນຕໍ່ການປະຕິບັດໜ້າທີ່ໃນທ້ອງຖິ່ນຂອງຕົນ.

(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)