(ສພຊ) – ກອງປະຊຸມເຜີຍແຜ່ມະຕິວ່າດ້ວຍການເຄື່ອນໄຫວວຽກງານສາຍດ່ວນ ແລະ ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານສາຍດ່ວນ ເພື່ອປັບປຸງຮ່າງປຶ້ມຄູ່ມືວຽກງານສາຍດ່ວນ ໃຫ້ແກ່ພະນັກງານສະພາແຫ່ງຊາດ (ສພຊ) ແລະ ສະພາປະຊາຊົນຂັ້ນແຂວງ (ສພຂ) ໄດ້ຈັດຂຶ້ນໃນວັນທີ 3-5 ຕຸລານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນວນທອງ ສຸວັນວິໄຊ ຮອງເລຂາທິການສະພາແຫ່ງຊາດ ຜູ້ຊີ້ນໍາວຽກງານກົມກວດກາ; ມີບັນດາທ່ານວິທະຍາກອນຈາກ ສພຊ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ອົງການກວດ ກາແຫ່ງລັດ ແລະ ສໍາມະນາກອນຈາກບັນດາກົມພາຍໃນ ສພຊ ແລະ ສພຂ 4 ແຂວງພາກກາງ ຄື: ນະຄອນຫຼວງວຽງຈັນ, ວຽງຈັນ, ບໍລິຄໍາໄຊ ແລະ ໄຊສົມບູນ ລວມຜູ້ເຂົ້າຮ່ວມທັງໝົດ 57 ທ່ານ, ຍິງ 19 ທ່ານ.
ກອງປະຊຸມໄດ້ເຜີຍແຜ່ມະຕິວ່າດ້ວຍການເຄື່ອນໄຫວວຽກງານສາຍດ່ວນຂອງສະພາແຫ່ງຊາດ ແລະ ສະເໜີບົດກ່ຽວກັບຄວາມຮູ້ພື້ນຖານ, ຄວາມໝາຍ, ຄວາມສໍາຄັນ ແລະ ສະພາບການຈັດຕັ້ງປະຕິບັດວຽກງານສາຍດ່ວນ; ທັກສະໃນການຮັບ ແລະ ສັງລວມເນື້ອໃນສາຍດ່ວນ; ວິທີການກວດກາເນື້ອໃນ, ການຈັດພິມ ແລະ ການແຍກຂົງເຂດ; ວິທີສັງລວມ, ລາຍງານເນື້ອໃນການແຈ້ງຕອບຄໍາສະເໜີຂອງປະຊາຊົນ; ສະພາບການຈັດຕັ້ງປະຕິບັດວຽກງານສາຍດ່ວນຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ອົງການກວດກາແຫ່ງລັດ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າ, ປະກອບຄໍາເຫັນ ແລະ ສົນທະນາແລກປ່ຽນບົດຮຽນຮ່ວມກັນຢ່າງເລິກເຊິ່ງ, ກົງໄປກົງມາ, ມີເຫດມີຜົນ, ຍົກໃຫ້ເຫັນການຈັດຕັ້ງປະຕິບັດຕົວຈິງ ເພື່ອຊອກຫາວິທີການ ແລະ ມາດຕະການແກ້ໄຂໃຫ້ດີຂຶ້ນ ແນໃສ່ເຮັດໃຫ້ການແລກປ່ຽນບົດຮຽນ ສາມາດໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານສາຍດ່ວນຂອງ ສພຊ ໃນຕໍ່ໜ້າ ໃຫ້ດີຂຶ້ນກວ່າເກົ່າ ທັງເປັນການເພີ່ມທະວີ ແລະ ຍົກສູງຄຸນນະພາບໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານສາຍດ່ວນ ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ເປັນເອກະພາບກັນ ໃນຂອດການຈັດຕັ້ງປະຕິບັດວຽກງານຕົວຈິງ ໂດຍສະເພາະກ່ຽວກັບຂັ້ນຕອນ, ວິທີການຮັບສາຍ (ສາຍດ່ວນ 156), ການບັນທຶກ-ສັງລວມເນື້ອໃນ ແລະ ການໄຈ້ແຍກຂົງເຂດຕາມບັນດາຄໍາສະເໜີຂອງປະຊາຊົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ເພື່ອສະໜອງຂໍ້ມູນດັ່ງກ່າວ ໃຫ້ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອພິຈາລະນາ, ແກ້ໄຂໃຫ້ຖືກຕ້ອງ, ສອດຄ່ອງກັບກົດໝາຍ ໃຫ້ສໍາເລັດທັນກຳນົດເວລາ ແລະ ມີຄວາມຍຸຕິທຳ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ເຮັດໃຫ້ສັງຄົມມີຄວາມສະຫງົບສຸກ.
ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການຮັບ-ສັງລວມຄໍາສະເໜີຂອງປະຊາຊົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ສາມາດສະເໜີບັນຫາ ຫຼື ຄຳຄິດເຫັນຂອງຕົນ ຜ່ານສື່ອອນລາຍທາງການຂອງສະພາແຫ່ງຊາດ ເຊັ່ນ: ອີເມວ (Email: [email protected]) ແລະ ແອັບພລິເຄຊັນ (Application: Lao NA) ໃຫ້ດີຂຶ້ນກວ່າເກົ່າ.
ທ່ານປະທານກອງປະຊຸມ ໃຫ້ຮູ້ວ່າ: ວຽກງານສາຍດ່ວນ ເປັນວຽກງານທີ່ສໍາຄັນ ເຊິ່ງໄດ້ເລີ່ມຮັບສາຍດ່ວນຄັ້ງທໍາອິດ ຕັ້ງແຕ່ສະພາແຫ່ງຊາດ ຊຸດທີ V, ນິຕິກໍາຕ່າງໆກ່ຽວກັບວຽກງານສາຍດ່ວນ ບໍ່ທັນມີອັນສະເພາະ ມີແຕ່ອີງຕາມທິດຊີ້ນໍາຂອງຂັ້ນເທິງ; ມາເຖິງທ້າຍສະໄໝຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຄົ້ນຄວ້າ, ພິຈາລະນາ ອອກມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການເຄື່ອນໄຫວວຽກງານສາຍດ່ວນຂອງສະພາແຫ່ງຊາດ ສະບັບເລກທີ 167/ຄປຈ, ລົງວັນທີ 06 ມິຖຸນາ 2025 ເຊິ່ງຖືວ່າເປັນນິຕິກໍາທີ່ສໍາຄັນໃນການເຄື່ອນໄຫວວຽກງານສາຍດ່ວນຂອງສະພາແຫ່ງຊາດ ກໍຄືການຮັບຄໍາສະເໜີຂອງປະຊາຊົນ, ການຈັດຕັ້ງ ຫຼື ນິຕິບຸກຄົນ ຜ່ານທາງໂທລະສັບສາຍດ່ວນ 156 ແລະ ສື່ອອນລາຍທາງການຂອງສະພາແຫ່ງຊາດ ກ່ຽວກັບບັນຫາເສດຖະກິດ, ວັດທະນະທຳ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍຸຕິທຳ ແລະ ການປະຕິບັດສິດ, ໜ້າທີ່ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ. ວຽກງານສາຍດ່ວນ ແມ່ນຄວາມຮັບຜິດຊອບຂອງຄະນະເລຂາທິການສະພາແຫ່ງຊາດ ນໍາພາ-ຊີ້ນໍາກົມກວດກາ ເປັນເສນາທິການໃນການປະຕິບັດວຽກງານດັ່ງກ່າວ ໃນໄລຍະການດໍາເນີນກອງປະຊຸມສະພາແຫ່ງຊາດ, ພາຍຫຼັງສຳເລັດກອງປະຊຸມ ກໍໄດ້ຈັດສົ່ງໃຫ້ພາກສ່ວນກ່ຽວຂ້ອງ ເພື່ອພິຈາລະນາແກ້ໄຂ ແລະ ຕິດຕາມເອົາຜົນຂອງການແກ້ໄຂ ລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດ; ພ້ອມນັ້ນ, ບັນດາກຳມາທິການ, ສະຖາບັນຄົ້ນຄວ້ານິຕິກຳ ແລະ ບັນດາກົມທີ່ຂຶ້ນກັບຄະນະເລຂາທິການສະພາແຫ່ງຊາດ ກໍເປັນສ່ວນໜຶ່ງທີ່ສໍາຄັນໃນການຕິດຕາມ ແລະ ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາ, ແກ້ໄຂ ບັນດາຄໍາສະເໜີຂອງປະຊາຊົນ ທີ່ສະເໜີຜ່ານສາຍດ່ວນຂອງສະພາແຫ່ງຊາດໃນແຕ່ລະໄລຍະ.
ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ເຊິ່ງທ່ານໄດ້ເນັ້ນໃຫ້ກົມກວດກາ ແລະ ພະນັກງານຮັບສາຍດ່ວນ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຕົນຕໍ່ກັບວຽກງານສາຍດ່ວນ ເປັນຕົ້ນ: 1) ການຮັບໂທລະສັບ ຫຼື ຄໍາສະເໜີ ຕ້ອງຕັ້ງໃຈຟັງໃຫ້ໄດ້ເນື້ອໃນໃຈຄວາມ, ຈົດບັນທຶກ, ວິເຄາະວິໄຈ-ໄຈ້ແຍກ, ສັງລວມເນື້ອໃນຕ່າງໆ ຕ້ອງຮັບປະກັນຄວາມຖືກຕ້ອງ, ຊັດເຈນ, ຄົບຖ້ວນ ລວມທັງການເກັບຂໍ້ມູນພື້ນຖານເຊັ່ນ: ຊື່ ແລະ ນາມສະກຸນ, ອາຊີບ, ບ້ານ, ເມືອງ, ແຂວງ, ເບີໂທລະສັບ ຂອງຜູ້ສະເໜີ; 2) ບັນທຶກຂໍ້ມູນໃຫ້ລະອຽດຈະແຈ້ງ, ຖ້າສັງລວມຂໍ້ມູນບໍ່ຄົບຖ້ວນເຊັ່ນ: ສະຖານທີ່, ເຫດການທີ່ສະເໜີໃຫ້ແກ້ໄຂ ຍັງບໍ່ທັນໄດ້ບັນທຶກຈະແຈ້ງ ຕ້ອງໄດ້ປະສານສົມທົບເກັບຂໍ້ມູນຕື່ມກັບຜູ້ສະເໜີ ແລ້ວສັງລວມເນື້ອໃນຄືນ ເພື່ອລາຍງານຂໍທິດຊີ້ນໍາ; 3) ບັນຫາທີ່ສຳຄັນ ຕ້ອງຮັກສາຄວາມລັບກ່ຽວກັບຂໍ້ມູນຂອງປະຊາຊົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສະເໜີຜ່ານໂທລະສັບສາຍດ່ວນ ເພື່ອປົກປ້ອງສິດ, ຜົນປະໂຫຍດ ແລະ ຄວາມປອດໄພຂອງຜູ້ສະເໜີ; 4) ເພີ່ມທະວີການປະສານງານກັບພາກສ່ວນກ່ຽວຂ້ອງ ໃນການຕິດຕາມກວດກາການຈັດຕັ້ງປະຕິບັດຜົນການແກ້ໄຂຄໍາສະເໜີຂອງພາກສ່ວນທີ່ໄດ້ຮັບຄຳສະເໜີ, ມີການສະຫຼຸບ, ລາຍງານ ເປັນແຕ່ລະອາທິດ, ແຕ່ລະເດືອນ ແຕ່ລະໄລຍະ ໃຫ້ຂັ້ນເທິງເປັນປົກກະຕິ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກແຜນງານການມີສ່ວນຮ່ວມຂອງປະຊາຊົນ ຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຫຼື ເຊກາ ໄລຍະທີ II (CEGGA II) ຈັດຕັ້ງປະຕິບັດໂດຍອົງການເຮວວິຕັດ (HELVETAS) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ ສົມທົບກັບງົບປະມານຂອງຄະນະເລຂາທິການສະພາແຫ່ງຊາດ.
ເຜີຍແຜ່ມະຕິການເຄື່ອນໄຫວວຽກງານສາຍດ່ວນ 156
