(ສພຂ) – ວັນທີ 20 ມັງກອນຜ່ານມາ, ທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢ່າງ ຮອງປະທານກຳມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 8 ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຢູ່ເທດສະບານເມືອງສົບເບົາ ແຂວງຫົວພັນ ໂດຍມີເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ຄະນະປະຈຳພັກເມືອງ, ນາຍ ແລະ ພົນທະຫານ-ຕຳຫຼວດ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນເມືອງ ເຂົ້າຮ່ວມທັງໝົດ 108 ຄົນ ຍິງ 47 ຄົນ; ທັງນີ້ ກໍເພື່ອນຳເອົາບັນດາເນື້ອໃນ ແລະ ມະຕິຕ່າງໆທີ່ໄດ້ຮັບຮອງຢູ່ກອງປະຊຸມ ເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ເຂົ້າໃຈ.

ພາຍຫຼັງເຜີຍແຜ່ແລ້ວ, ທ່ານໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ພະນັກງານ ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຈາກການຈັດຕັ້ງ ໃນການບໍລິການຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດ ແລະ ຮັກສາມູນເຊື້ອຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ, ອະນຸລັກ, ສົ່ງເສີມຮີດຄອງປະເພນີບັນດາເຜົ່າ ແລະ ພ້ອມກັນໃຫ້ຄຳແນະນຳກ່ຽວກັບການດຳລົງຊີວິດແບບໃໝ່ແກ່ປະຊາຊົນ ເພື່ອຮັບມືກັບບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວິທີທຳການຜະລິດການປູກ-ການລ້ຽງເປັນສິນຄ້າສົ່ງອອກ ເພື່ອພັດທະນາບ້ານ, ເມືອງ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ສີວິໄລຂຶ້ນເລື້ອຍໆ. ທ່ານຍັງໄດ້ແນະນຳ ແລະ ຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງພາຍໃນເມືອງ ພ້ອມກັນໄປໃຊ້ສິດປ່ອນບັດເລືອກຕັ້ງເອົາ ສສຊ ປະຈຳເຂດເລືອກຕັ້ງທີ 8 ຊຸດທີ X ແລະ ສະພາປະຊາຊົນແຂວງຫົວພັນ ຊຸດທີ V ໃນວັນທີ 22 ກຸມພາທີ່ຈະມາເຖິງນີ້ ໃຫ້ມີຜົນສຳເລັດ.

