ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ10 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ

ທ.ວ. 29, 2025

   ຕອນບ່າຍຂອງວັນທີ 26 ທັນວາ 2025 ນີ້ຢູ່ຫໍວັດທະນະທຳຂອງແຂວງ ໄດ້ຈັດພິທີເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ10ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຫລວງນ້ຳທາ ຊຸດທີ IV ໂດຍການໃຫ້ກຽດເປັນປະທານຂອງທ່ານ  ພົຕ. ປອ ວົງສັກ ພັນທະວົງ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ພ້ອມດ້ວຍສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງເຂົ້າຮ່ວມຮັບຟັງມີບັນດາທ່ານຄະນະນຳຂອງແຂວງ, ຫົວໜ້າ,ຮອງຫົວໜ້າພະແນກຂອງແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດ, ພະນັກງານ-ລັດຖະກອນອ້ອມຂ້າງແຂວງ, ຕະຫລອດຮອດອໍານາດການປົກຄອງ ແລະ ປະຊາຊົນ 8 ບ້ານ ເທດສະບານແຂວງ ເຂົ້າຮ່ວມທັງໝົດ 200ກວ່າທ່ານ

ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງ ໄດ້ດໍາເນີນຂຶ້ນມາແຕ່ ວັນທີ 10 -21 ພະຈິກ 2025 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການ ເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍການນໍາຂັ້ນສູງພັກ-ລັດ, ແຂກຮັບເຊີນ ແລະ ສະມາຊິກສະພາແຫ່ງຊາດ ຈາກແຕ່ລະເຂດເລືອກຕັ້ງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມທັງໝົດ 164 ທ່ານ, ຍິງ  36 ທ່ານ ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນຄື ພິຈາລະນາ, ຮັບຮອງເອົາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ IX (2021-2025), ປະຈຳປີ 2025; ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 05 ປີ (2021-2025), ປະຈໍາປີ 2025 ແລະ ແຜນເງິນຕາ ປະຈໍາປີ 2025; ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2026; ການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍວິຊາການ ຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນປີ 2024; ຜ່ານມາສາມາດປະຕິບັນດາຄາດໝາຍບັນລຸຜົນສໍາເລັດ ;ບັນຫາທີ 2 ພິຈາລະນາ, ຮັບຮອງຜົນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025); ພິຈາລະນາ, ຮັບຮອງເອົາຜົນ ຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງ ລັດຖະບານ ໃນໄລຍະ 5 ປີ (2021-2025);ພິຈາລະນາ, ຮັບຮອງຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ປະຈຳປີ 2025 ຂອງອົງການກວດສອບແຫ່ງລັດ;ບັນຫາທີ 5 ພິຈາລະນາ, ຮັບຮອງຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ປະຈຳປີ 2025 ຂອງອົງການກວດກາແຫ່ງລັດ;ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ກ່ຽວການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 05 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານປະຈໍາປີ 2026;

ພ້ອມນັ້ນຍັງໄດ້ໃຫ້ກຽດເຜີຍແຜ່ເນື້ອໃນ  ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ດໍາເນີນມາເປັນເວລາ ສາມວັນເຄີ່ງ ແຕ່ວັນທີ 23-25 ທັນວາ 2025 ທີ່ສະໂມສອນຂອງແຂວງຫຼວງນໍ້າທາ ມີຜູ້ເຂົ້າຮ່ວມທັງ  ໝົດ 165 ທ່ານ, ໃນນີ້ ມີສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ 25 ທ່ານ.

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຄັ້ງນີ້ໄດ້ຮັບຟັງການລາຍງານ ແລະ ພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຄື;ໄດ້ພິຈາລະນາ, ຮັບຮອງເອົາ ການສະເໜີສ້າງຕັ້ງຫ້ອງການຄະນະກໍາມະການສົ່ງເສິີມ ແລະ ຄຸ້ມຄອງການລົງທຶນແຂວງຫຼວງນໍ້າທາ;ໄດ້ພິຈາລະນາ, ຮັບຮອງເອົາບຸກຄະລາກອນຂອງແຂວງ ຈໍານວນ 6 ທ່ານ ຕາມການສະເໜີຂອງເຈົ້າແຂວງ;  ພິຈາລະນາ ຮັບຮອງເອົາ ການສະເໜີສ້າງຕັ້ງຕາແສງ ຈໍານວນ 19 ຕາແສງ ຂອງແຂວງຫຼວງນໍ້າທາ ຕາມການສະເໜີຂອງອົງການປົກຄອງແຂວງ;ພິຈາລະນາຮັບຮອງເອົາ ບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 5 ປີ (2021-2025); ຮັບຮອງເອົາຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ປະຈໍາປີ 2025 ຂອງອົງການກວດກາລັດແຂວງ; ຮັບຮອງເອົາບົດລາຍງານ ການເຄື່ອນໄຫວວຽກງານ 5 (2021-2025) ແລະ ປະຈຳປີ 2025 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ; ພິຈາລະນາ ຮັບຮອງເອົາບົດສະຫຼຸບ ການຈັດຕັ້ງປະຕິບັດແຜນເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ IV;