loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເຜີຍແຜ່ກົດໝາຍວ່າດ້ວຍ ປະກັນສັງຄົມ.

​ກ.ກ. 6, 2023 | ເຂດ 4 ອຸດົມໄຊ

ຕອນເຊົ້າຂອງວັນພຸດ, ວັນທີ 5 ກໍລະກົດ 2023, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ເຜີຍແຜ່ກົດໝາຍວ່າດ້ວຍ ປະກັນສັງຄົມ, ໂດຍການເປັນປະທານຂອງທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ດຣ ດ້ວງ ເກນທະລັງສີ ຫົວໜ້າຫ້ອງການປະກັນສັງຄົມແຂວງ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຄະນະເລຂາທິການ, ຄະນະຮັບຜິດຊອບ, ຫົວໜ້າຂະແໜງ/ຮອງຂະແໜງ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.
ທ່ານ ດຣ ດ້ວງ ເກນທະລັງສີ ຫົວໜ້າຫ້ອງການປະກັນສັງຄົມແຂວງ ແລະ ຄະນະຮັບຜິດຊອບ ໄດ້ນໍາສະ ເໜີລະບົບປະກັນສັງຄົມ, ພາຍໃຕ້ກົດໝາຍວ່າດ້ວຍປະກັນສັງຄົມ ສະບັບເລກທີ 54/ສພຊ, ລົງວັັນທີ 27 ມິຖຸນາ 2018 ແລະ ຫຼັງຈາກນັ້ນ, ໄດ້ມີຄໍາຄິດຄໍາເຫັນສະເໜີແລກປ່ຽນ, ຊີ້ແຈງຕໍ່ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຄະນະເລຂາທິການ, ຫົວໜ້າຂະແໜງ/ຮອງຂະແໜງ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ.
ຈຸດປະສົງ, ກໍ່ເພື່ອເປັນຄວາມຮູ້ເພີ່ມເຕີ່ມກ່ຽວກັບວຽກງານປະກັນສັງຄົມ, ພ້ອມທັງເປັນການຮັບປະກັນໃຫ້ຜູ້ປະກັນຕົນ ແລະ ສະມາຊິກຄອບຄົວ ໃຫ້ໄດ້ຮັບອຸດໜູນຈາກປະກັນສັງຄົມ ໃນການດໍາລົງຊີວິດຂັ້ນພື້ນຖານ ຕາມເງືອນໄຂທີ່ກໍານົດໄວ້ໃນກົດໝາຍ.    ພາບ/ຂ່າວ: ນັກຂ່າວ ສພຂ.