ເປີດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025 ຂອງກໍາມະບານຮາກຖານ ສະພາປະຊາຊົນແຂວງອຸດົມໄຊ.

​ພ.ຈ. 18, 2025

ຕອນບ່າຍວັນທີ 17 ພະຈິກ 2025 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊົນແຂວງ ກໍາມະບານຮາກຖານສະພາປະຊົນແຂວງ ໄດ້ເປີດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2025 ຂຶ້ນ, ໂດຍການເປັນປະທານຂອງສະຫາຍ ທອງໄຊ ທໍ່ຈົງເລ່ຍຈີ ປະທານກຳມະບານຮາກຖານສະພາປະຊາຊົນແຂວງ, ເລຂາໜ່ວຍພັກ. ເປັນກຽດເຂົ້າຮ່ວມມີສະຫາຍ ບຸນຖົມ ຈິດດໍາລົງ ຮອງປະທານສະຫະພັນກໍາມະບານແຂວງ, ບັນດາແຂກເຊີນຈາກພະແນກການ, ອົງການອ້ອມຂ້າງແຂວງ, ຕະຫລອດຮອດສະມາຊິກກຳມະບານ ພາຍໃນກໍາມະບານຮາກຖານສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025 ແລະ ວາງທິດທາງແຜນການ 2026 ຂອງກຳມະບານຮາກຖານສະພາປະຊາຊົນແຂວງ, ບົດສະຫລຸບໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວ ນຳພາ-ຊີ້ນຳ ຂອງຄະນະກຳມະບານໃນໄລຍະຜ່ານມາ ເຊິ່ງສະມາຊິກພາຍໃນໜ່ວຍ ໄດ້ກໍາແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ມີຄຄວາມຕື່ນຕົວໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄດ້ຮັບໝາກຜົນຕາມລະດັບຄາດໝາຍ ແລະ ບັນລຸຕາມແຜນການທີ່ວາງໄວ້. ພ້ອມນັ້ນ, ສະມາຊິກກຳມະບານພາຍໃນໜ່ວຍໄດ້ປະກອບຄຳຄິດຄຳເຫັນເພີ່ມເຕີ່ມ ແລະ ໄດ້ຕົບມືຮັບຮອງເອົາຮ່າງບົດສະຫຼຸບດັ່ງກ່າວ.
ຫຼັງຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງ ຂອງສະຫະພັນກໍາມະບານແຂວງ ວ່າດ້ວຍການຍ້ອງຍໍສະມາຊິກດີເດັ່ນ 2 ປີຊ້ອນ(2023-2024); ຜ່ານຂໍ້ຕົກລົງ ຂອງປະທານກຳມະບານຮາກຖານສະພາປະຊາຊົນແຂວງ ວ່າດ້ວຍການຊົມເຊີຍສະມາຊິກ ແລະ ຜ່ານຂໍ້ຕົກລົງ ຂອງສະຫະພັນກໍາມະບານແຂວງ ວ່າດ້ວຍການມອບໃບຢັ້ງຢືນ 5 ເປັນເຈົ້າ ປະຈຳປີ 2025 ໃຫ້ກຳມະບານຮາກຖານສະພາປະຊາຊົນແຂວງ ແລະ ໄດ້ ມອບ-ຮັບ ຢ່າງເປັນທາງການ, ພ້ອມທັງຈັບມືຮ່ວມກັນສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນປີ 2026.
ທ້າຍພິທີ, ໄດ້ຮັບຟັງການໂອ້ລົມຈາກສະຫາຍ ບຸນຖົມ ຈິດດໍາລົງ ຮອງປະທານສະຫະພັນກໍາມະບານແຂວງ ຕື່ມອີກ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.