

ພາຍຫຼັງ ເຈົ້າແຂວງເຊກອງໄດ້ຮັບຟັງການລາຍງານສະພາບ, ຈຸດພິເສດລວມເຖິງການດຳລົງຊີວິດ, ການພັດທະນາເສດຖະກິດສັງຄົມ ແລະ ພາກສະເໜີຈາກອົງການປົກຄອງ 4 ບ້ານ ແລ້ວໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງມີຄຳຄິດເຫັນພ້ອມທັງກຳສະພາບຈຸດພິເສດຂອງປະຊາຊົນເພື່ອຄົ້ນຄ້ວາໃຫ້ທິດຊີ້ນຳຊ່ວຍຊອກຫາທາງອອກທີ່ເປັນປະໂຫຍດສູງສຸດ ແລະ ແທດເໝາະກັບຈຸດພິເສດຕົວຈິງເປັນຕົ້ນວຽກງານກະສິກຳແລະປ່າໄມ້, ວຽກງານສາທາລະນະສຸກ, ວຽກງານສຶກສາ. ຈາກນັ້ນ, ເຈົ້າແຂວງເຊກອງ ກໍໄດ້ມີຄຳເຫັນພົບປະໂອ້ລົມອົງການປົກຄອງບ້ານ ແລະ ປະຊາຊົນຫຼາຍບັນຫາທີ່ສຳຄັນ ໂດຍສະເພາະໃຫ້ຄະນະພັກ ແລະ ນາຍບ້ານ ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ປະຊາຊົນເຊື່ອມຊຶມແນວທາງຂອງພັກໃຫ້ເລິກເຊິ່ງ, ປະກອບສ່ວນໃນວຽກງານປກສ-ປກຊ ໃນການຕິດຕາມກວດກາ ແລະ ປົກປັກຮັກສາຊັບພະຍາກອນປ່າໄມ້, ພ້ອມນັ້ນ ໃຫ້ເອົາໃຈໃສ່ດ້ານວຽກງານກະສິກຳໃຫ້ຫັນອາຊີບຈາກເຄີຍຜະລິດແບບເຄື່ອນທີ່ເລື່ອນລອຍໃຫ້ຫັນເປັນອາຊີບຜະລິດແບບຄົງທີ່ພ້ອມທັງປູກພືດຜັກ ແລະ ລ້ຽງສັດ ເພື່ອໃຫ້ມີຄວາມຍືນຍົງ, ສ້າງຄອບຄົວໃຫ້ໄດ້ຄອບຄົວເປັນຕົວແບບການຜະລິດເປັນຕົ້ນການບຸກເບີກເນື້ອທີ່ນາປູກເຂົ້າກາຍເປັນຕົວແບບໃຫ້ຄອບຄົວອື່ນ, ຄຽງຄູ່ກັນນັ້ນໃຫ້ປະກອບສ່ວນໃນວຽກງານຂົງເຂດວັດທະນະທຳສັງຄົມດ້ວຍການຊຸກຍູ້ສົ່ງເສີມລູກຫຼານໃນເກນອາຍຸໄດ້ເຂົ້າໂຮງຮຽນ ແລະປະຕິບັດຫຼັກການສຸຂະອະນາໄມເພື່ອສຸຂະພາບທີ່ດີ.

ຂະນະທີ່ອົງການປົກຄອງເມືອງກະລຶມ ແລະຄະນະທີມງານກໍ່ສ້າງຮາກຖານການເມືອງ-ຂັ້ນແຂວງໃຫ້ມີການປະສານສົມທົບວາງແຜນຢ່າງຈະແຈ້ງໃນການສ້າງໂຄງການເພື່ອພັດທະນາຈຸດສຸມເຂດດັ່ງກ່າວນີ້ ແນໃສ່ເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ, ອັນຮີບດ່ວນແມ່ນການຊອກຫາທຶນຮອນເພື່ອລົງທຶນບຸກເບີກເນື້ອທີ່ການຜະລິດເຂົ້າ ເປັນຕົ້ນແມ່ນເນື້ອທີ່ນາໃຫ້ປະຊາຊົນສາມາດຜະລິດເຂົ້າກຸ້ມຕົ້ນເອງ, ຮັບປະກັນທາງດ້ານສະບຽງອາຫານ, ພ້ອມທັງສະໜອງທຶນ ແລະ ແນະນຳທາງດ້ານເຕັກນິກໃນການລ້ຽງສັດໃຫຍ່ໃຫ້ເຂົາເຈົ້າເພາະວ່າເຂດນີ້ເໝາະສົມຕໍ່ການລ້ຽງສັດ.
ຈຸດສຸມໂດນແມ່ນນອນໃນເຂດ3ຂອງເມືອງກະລຶມ, ມີ 10 ບ້ານທີ່ຂຶ້ນກັບ, ຫ່າງຈາກເທດສະບານເມືອງກະລຶມກ່ວາ 60 ກິໂລແມັດ ແລະ ຈາກແຂວງເຊກອງເກືອບ 150 ກິໂລແມັດ, ເປັນເສັ້ນທາງທຸລະກັນດານ, ອາຊີບຕົ້ນຕໍຂອງປະຊາຊົນແມ່ນເຮັດໄຮ່ປູກເຂົ້າ, ປູກພືດຜັກ ແລະລ້ຽງສັດເປັນສຳຮອງ.
#ຂ່າວ-ພາບ: ວິລະກອນ ຄຳວິໄລ.