(ສພຊ) – ເພື່ອເຮັດໃຫ້ເນື້ອໃນຂອງຮ່າງລັດຖະທໍາ ມະນູນສະບັບປັບປຸງ ມີເນື້ອໃນຄົບຖ້ວນ ແລະ ຮັດກຸມ, ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະ ນູນ (ຄລຊ) ໄດ້ຄົ້ນຄວ້າ, ຮຽບຮຽງ ແລະ ກວດກາເນື້ອໃນຮອບດ້ານຮ່າງລັດຖະທໍາມະນູນສະບັບປັບປຸງ ຕາມຄໍາເຫັນຂອງກອງປະຊຸມທາບທາມຄໍາເຫັນໃສ່ຮ່າງລັດຖະທໍາ ມະນູນ ຢູ່ 7 ຈຸດໃນຂອບເຂດທົ່ວປະເທດ; ໃນລະຫວ່າງວັນທີ 7-8 ກຸມພາ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ມີກອງປະຊຸມຮຽບຮຽງ ແລະ ກວດກາເນື້ອໃນຮອບດ້ານຮ່າງລັດຖະທໍາມະນູນ ສະບັບປັງປຸງປີ 2025 ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຮອງປະທານ ຜູ້ປະຈໍາການຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ, ເຂົ້າຮ່ວມມີບັນດາທ່ານຄະນະກໍາມະການ ແລະ ກອງເລຂາ ຄລຊ.
ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງລັດຖະທຳມະນູນສະບັບປີ 2015 ກໍເພື່ອປັບປຸງລະບົບອຳນາດແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແນໃສ່ສ້າງພື້ນຖານທາງດ້ານກົດໝາຍ ກໍຄືນິຕິກຳທີ່ຈະວາງອອກໃນຕໍ່ໜ້າ ໃຫ້ຮັບປະກັນແນວທາງການເມືອງຂອງພັກ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່; ການປັບປຸງລັດຖະທຳມະນູນຄັ້ງນີ້ ຕົ້ນຕໍແມ່ນສຸມໃສ່ປັບປຸງບາງໝວດ, ບາງມາດຕາ ເພື່ອຮັບປະກັນ ຫຼື ຮອງຮັບແນວທາງການເມືອງຂອງພັກ ແລະ ແນວທາງການຈັດຕັ້ງ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່ ກໍຄືແນວທາງປ່ຽນແປງໃໝ່ໃນຊຸມປີຕໍ່ໜ້າ ໂດຍສະເພາະໃນສະໄໝທີ XII ຂອງພັກ, ຫາກບໍ່ແມ່ນການປັບປຸງທັງໝົດເນື້ອໃນຂອງລັດຖະທຳມະນູນ; ການປັບປຸງລັດຖະທຳມະນູນ ຕ້ອງມີເນື້ອໃນສອດຄ່ອງກັບບັນດາເນື້ອໃນຂອງໂຄງການການເມືອງຂອງພັກ ສະ ບັບທີ 3, ຮ່າງລາຍງານການເມືອງທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ ສະໄໝທີ XII ຂອງພັກ, ມະຕິ 05/ຄບສພ, ມະຕິ 04/ກມສພ ແລະ ຄໍາສັ່ງຂອງຄະນະເລຂາທິການສູນ ກາງພັກ ເລກທີ 173/ຄລສພ ໂດຍສະເພາະບັນຫາບົດບາດພັກເປັນແກນນໍາ, ບັນ ຫາຈຸດໝາຍສັງຄົມນິຍົມ, ບັນຫາເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ບັນຫາການແບ່ງຂັ້ນຄຸ້ມຄອງ, ການກໍານົດຊື່ເອີ້ນຕ່າງໆ ຕ້ອງປັບປຸງໄປລວງດຽວກັນ.
ລັດຖະທຳມະນູນ ສະບັບປີ 2015 ປະກອບດ້ວຍ 14 ໝວດ, 119 ມາດຕາ; ສຳລັບຮ່າງລັດຖະທໍາມະນູນ (ສະບັບປັບປຸງ) ປີ 2025 ປະກອບດ້ວຍ 14 ໝວດ, 122 ມາດຕາ ໃນນີ້, ໄດ້ປັບປຸງ 48 ມາດຕາ, ເພີ່ມໃໝ່ 5 ມາດຕາ ແລະ ຮັກສາເນື້ອໃນໄວ້ຄືເກົ່າ 69 ມາດຕາ.
ໃນກອງປະຊຸມ, ໄດ້ຮັບຟັງບົດສັງລວມຄໍາເຫັນຂອງຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ ໃນການທາບທາມຮ່າງລັດຖະທໍາມະນູນ ສະບັບປັບປຸງປີ 2025 ຢູ່ 7 ຈຸດໃນຂອບເຂດທົ່ວປະເທດ, ຮ່າງລັດຖະທໍາມະນູນ ສະບັບປັບປຸງປີ 2025, ຮ່າງບົດລາຍງານຂອງຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ ກ່ຽວກັບການປັບປຸງລັດຖະທໍາມະນູນຕໍ່ກອງປະຊຸມກົມການເມືອງ ແລະ ຄະນະເລຂາ ທິການສູນກາງພັກ; ຈາກນັ້ນ, ບັນດາຜຸ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນຕໍ່ແຕ່ລະມາດຕາຂອງຮ່າງລັດຖະທຳມະນູນສະບັບປັບປຸງ ຢ່າງມີຈຸດສຸມ, ມີເຫດມີຜົນ ເພື່ອເຮັດໃຫ້ຮ່າງລັດຖະທຳມະນູນສະບັບດັ່ງກ່າວ ມີເນື້ອໃນສອດຄ່ອງ, ຄົບຖ້ວນສົມບູນ ແລະ ເກີດປະໂຫຍດສູງສຸດຕໍ່ວົງຄະນາຍາດແຫ່ງຊາດ ກໍຄືປະຊາຊົນລາວບັນດາເຜົ່າ.