ຮຽບຮຽງຄືນເນື້ອໃນກົດໝາຍ 3 ສະບັບ ຂົງເຂດ ສພຊ

ມ.ສ. 17, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 9-10 ເມສານີ້ ໄດ້ມີກອງປະຊຸມຮຽບຮຽງຄືນບັນດາເນື້ອໃນຂອງກົດໝາຍ 3 ສະບັບ ຂົງເຂດສະພາແຫ່ງຊາດ (ສພຊ) ຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານໃນຄະນະປະຈຳສະພາແຫ່ງຊາດ, ຮອງປະທານກຳມາທິການຂອງ ສພຊ, ທ່ານ ປອ. ລີຈີນໍ ພາສະທຣານາ ຊ່ຽວຊານອາວຸໂສຈາກແຜນງານການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ ແລະ ການປົກຄອງທີ່ດີ ພ້ອມດ້ວຍພະນັກງານຈາກພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ.
ໃນກອງປະຊຸມຮຽບຮຽງບັນດາກົດໝາຍດັ່ງກ່າວ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ເນັ້ນໜັກເຖິງຄວາມສຳຄັນໃນການປັບປຸງຄືນບັນ ດາເນື້ອໃນຂອງກົດໝາຍ ເພື່ອໃຫ້ສອດຄ່ອງກັບລັດຖະທຳມະນູນ (ສະບັບປັບປຸງປີ 2025) ແລະ ບັນດາກົດໝາຍທີ່ກ່ຽວຂ້ອງທີ່ໄດ້ຮັບຮອງໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບໃນການປັບປຸງກົດໝາຍດັ່ງກ່າວ ເພື່ອຈະໄດ້ລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດໃນຕໍ່ໜ້ານີ້; ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງບົດຮຽນກ່ຽວກັບການປັບປຸງກົດໝາຍຂອງອົງການນິຕິບັນຍັດປະເທດຟີລິບປິນ.
(ນາງ ອາລິນ ສຸພິມມະປະດິດ)