(ສພຊ) – ວັນທີ 23-24 ທັນວານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການກວດສອບອິດສະຫຼະສະບັບປັບປຸງ ໂດຍການເປັນປະທານຂອງທ່ານ ຄຳແພງ ວິລະພັນ ຄະນະປະຈຳສະພາແຫ່ງຊາດ (ສພຊ), ປະທານກຳມາທິການກົດໝາຍ ເຊິ່ງມີບັນດາທ່ານປະທານ ແລະ ຮອງປະທານກໍາມາທິການທີ່ກ່ຽວຂ້ອງຂອງ ສພຊ, ຮອງລັດຖະມົນຕີກະຊວງການເງິນ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານຈາກ ສພຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ 50 ກວ່າທ່ານ; ທັງນີ້, ກໍເພື່ອນຳເອົາຄຳເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ທີ່ໄດ້ປະກອບໃສ່ກົດໝາຍສະບັບນີ້ ມາພິຈາລະນາ, ປັບປຸງໃສ່ເນື້ອໃນກົດໝາຍ ໃຫ້ມີຄວາມຈະແຈ້ງ, ຄົບຖ້ວນ ແລະ ຮັດກຸມ.
ທ່ານ ຄຳແພງ ວິລະພັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ຄົ້ນຄວ້າ ແລະ ຮຽບຮຽງເນື້ອໃນຂອງກົດໝາຍວ່າດ້ວຍການກວດສອບອິດສະລະ (ສະບັບປັບປຸງ) ຕາມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ໃນຄັ້ງວັນທີ 10-11 ທັນວາຜ່ານມາ ເຊິ່ງມີ ສສຊ ປະກອບຄໍາເຫັນ 14 ທ່ານ ກວມເອົາ 22 ມາດຕາ, 30 ເນື້ອໃນ; ບັນດາຄໍາເຫັນເຫຼົ່ານັ້ນ ຄະນະຮັບຜິດຊອບກໍໄດ້ຄົ້ນຄວ້າພິຈາລະ ນາປັບປຸງໃນເບື້ອງຕົ້ນ ໃນນີ້ໄດ້ປັບປຸງ 5 ມາດຕາ, ບໍ່ໄດ້ປັບປຸງ 17 ມາດຕາ ເຊິ່ງໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 11 ທັນວາ 2024 ແລະ ບັນດາທ່ານ ສສຊ ກໍໄດ້ລົງຄະແນນສຽງຮັບຮອງເອົາດ້ວຍຄະແນນສຽງສ່ວນຫຼາຍ.
ຜູ້ເຂົ້າຮ່ວມໄດ້ສຸມສະຕິປັນຍາຄົ້ນຄວ້າ, ສົນທະນາແລກປ່ຽນແຕ່ລະບັນຫາທີ່ ສສຊ ຕັ້ງຂຶ້ນ ແລະ ບັນຫາອື່ນໆ ຢ່າງເລິກເຊິ່ງ ແລະ ຮອບດ້ານ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານຈາກມູນນິທິເອເຊຍ (The Asia Foundation) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ.
(ສອນສັກ ວັນວິໄຊ)