ໃນຕອນເຊົ້າຂອງວັນທີ 30 ມີນາ 2022 ຮາກຖານສະຫະພັນແມ່ຍິງສະພາປະຊາຊົນແຂວງ ຄຳມ່ວນ ໄດ້ຈັດເຜີຍແຜ່ເຊື່ອມຊຶມເອກກະສານ ເນື່ອງໃນວັນສຳຄັນຂອງຊາດ ຂອງພັກ ໂດຍພາຍໃຕ້ການເປັນປະທານ ທ່ານ ນາງ ສາທິດ ຈັນສີ ປະທານຮາກຖານສະຫະພັນແມ່ຍິງ ສະພາປະຊາຊົນແຂວງ, ທັງເປັນຄະນະປະຈຳສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມກອງປະຊຸມມີ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຄະນະປະຈຳ, ຄະນະເລຂາທິການ, ສະມຊິກສະພາປະຊາຊົນແຂວງ, ຄະນະເລຂາທິການ, ຫົວໜ້າຂະແໜງ, ຮອງຂະແໜງພ້ອມດ້ວຍພະນັກງານເອື້ອຍນ້ອງຍິງ-ຊາຍ, ເຂົ້າຮ່ວມຈຳນວນ 31 ຄົນ, ຍິງ 18 ຄົນ.
ກອງປະຊຸມໄດ້ເຜີຍແຜ່ເຊື່ອມຊືມເອກະສານທີ່ສຳຄັນຕ່າງໆຂອງຊາດ ຂອງພັກດັ່ງນີ້: ເອກະສານເນື່ອງໃນໂອກາດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2022 ຄົບຮອບ 112 ປີ, ເອກະສານຮ່າງແຜນຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ແກ້ໄຂບັນຫາຢາເສບຕິດ ຂອງສະຫະພັນແມ່ຍິງແຂວງ, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ, ແຜນດຳເນີນງານສູນກາງສະຫະພັນແມ່ຍິງລາວສະໄໝທີ VIII, ມະຕິກອງປະຊຸມວິສາມັນຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝ VIII, ແຜນປະຕິບັດງານພັດທະນາ ພະນັກງານເພດຍິງ ແຂວງ ຄຳມ່ວນ, ມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານສະຫະພັນແມ່ຍິງແຂວງຄຳມ່ວນ ຄັ້ງທີ 3 ສະໄໝທີ X. ຜ່ານການເຜີຍແຜ່ເຊື່ອມຊຶມບັນດາເອກະສານດັ່ງກ່າວກໍ່ໄດ້ມີພິທີມອບ-ຮັບໃບຍ້ອງຍໍຂໍ້ແຂ່ງຂັນ 3 ດີ ໃຫ້ແກ່ບັນດາສະມາຊິກແມ່ຍິງທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ. ກອງປະຊຸມດັ່ງກ່າວແມ່ນປິດລົງເວລາ 11:30.