
ຕອນເຊົ້າວັນອັງຄານ, ວັນທີ 13 ພຶດສະພາ 2025, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ໄດ້ຮັບຟັງລາຍງານ ການປັບປຸງເນື້ອໃນ ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ວມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຮອງປະທານ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າພະແນກ, ຄະນະຮັບຜິດຊອບຮ່າງ, ສ້າງຂໍ້ຕົກລົງ ແລະ ຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.



ຕາງໜ້າຄະນະຮັບຜິດຊອບຮ່າງ ແລະ ສ້າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ໄດ້ລາຍງານການປັບປຸງເນື້ອໃນຄືນ ຂອງຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການທົດແທນຄ່າເສຍຫາຍຈາກໂຄງການພັດທະນາປິ່ນອ້ອມສະຖານີລົດໄຟ ເມືອງໄຊ, ໂຄງການກໍ່ສ້າງຫ້ອງການສະພາປະຊາຊົນແຂວງ, ຫໍຫຼັກເມືອງ, ສະໜາມຫຼວງ ແລະ ໂຄງການກໍ່ສ້າງແລວທາງດ່ວນຊ່ວງຜ່ານເທດສະບານເມືອງໄຊ, ແຂວງອຸດົມໄຊ, ເຊິ່ງຂໍ້ຕົກລົງດັ່ງກ່າວແມ່ນໄດ້ນໍາເຂົ້າຜ່ານໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງວັນທີ 8 ພຶດສະພາ 2025 ທີ່ຜ່ານມາ ແລະ ບັນດາທ່ານສະມາຊິກສະພາປະຊາຊົນແຂວງໄດ້ຄົ້ນຄວ້າ, ພິຈາລະນາ, ປະກອບຄໍາເຫັນຢູ່ໃນກອງປະຊຸມຢ່າງເລິກເຊິ່ງ, ກົງໄປກົງມາ ແລະ ໄດ້ລົງຄະແນນສຽງຮັບຮອງເອົາຢ່າງເປັນທາງການ.




ຫລັງຈາກນັ້ນ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ໄດ້ມີຄໍາຄິດຄໍາເຫັນແລກປ່ຽນ ເພີ່ມເຕີ່ມກັບຄະນະຮັບຜິດຊອບຮ່າງ ແລະ ສ້າງຂໍ້ຕົກລົງດັ່ງກ່າວ ວ່າເນື້ອໃນຂອງບາງໝວດ, ບາງມາດຕາທີ່ສາມາດປັບປຸງໄດ້ ແລະ ບໍ່ສາມາດປັບປຸງໄດ້ແມ່ນຍ້ອນສາເຫດອັນໃດ ແລະ ຄະນະຮັບຜິດຊອບ ກໍ່ໄດ້ຊີ້ແຈງອະທິບາຍເພື່ອຄວາມເປັນເອກະພາບກັນກ່ຽບກັບການປັບປຸງເນື້ອໃນຕ່າງໆ, ເຮັດໃຫ້ເນື້ອໃນຄົບຖ້ວນ, ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບຫຼັກການ, ສະພາບຄວາມເປັນຈິງໃນປັດຈຸບັນ, ສາມາດນໍາສະເໜີຕໍ່ທ່ານເຈົ້າແຂວງລົງລາຍເຊັນ, ປະກາດໃຊ້ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ.
