
ຕອນເຊົ້າວັນອັງຄານ, ວັນທີ 21 ກຸມພາ 2023, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ໄດ້ຮັບຟັງການລາຍງານການປັບປຸງບາງເນື້ອໃນ 4 ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ຈາກບັນດາພະແນກການ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ວມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າພະແນກ-ຄະນະພະແນກ, ຫົວໜ້າຂະແໜງ, ຄະນະຮັບຜິດຊອບຮ່າງ ແລະ ສ້າງຂໍ້ຕົກລົງຂອງທ່ານເຈົ້າແຂວງເຂົ້າຮ່ວມ.





ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ໄດ້ມີຄໍາຄິດຄໍາເຫັນແລກປ່ຽນ ກັບຄະນະຮັບຜິດຊອບຮ່າງ ແລະ ສ້າງຂໍ້ຕົກລົງດັ່ງກ່າວວ່າເນື້ອໃນຂອງບາງໝວດ, ບາງມາດຕາທີ່ສາມາດປັບປຸງໄດ້ ແລະ ບໍ່ສາມາດປັບປຸງໄດ້ແມ່ນຍ້ອນສາເຫດອັນໃດ ແລະ ຫຼັງຈາກນັ້ນຄະນະຮັບຜິດຊອບໄດ້ຊີ້ແຈງອະທິບາຍຕໍ່ຄະນະປະຈໍາສະພາປະຊາຊົນແຂວງ ເພື່ອຄວາມເປັນເອກະພາບກັນກ່ຽບກັບການປັບປຸງເນື້ອໃນຕ່າງໆ.


ຕອນທ້າຍປະທານໄດ້ມີຄໍາເຫັນ ກ່ອນອື່ນທ່ານໄດ້ສະແດງຄວາມຂອບໃຈພາກສ່ວນກ່ຽວຂ້ອງທີ່ໃຫ້ການຮ່ວມມື ແລະ ປັບປຸງຂໍ້ຕົກລົງດັ່ງກ່າວຕາມຄໍາຄິດຄໍາເຫັນຂອງບັນດາທ່ານສະພາປະຊາຊົນແຂວງ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນ, ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບຫຼັກການ, ສະພາບຄວາມເປັນຈິງໃນປັດຈຸບັນ, ສາມາດນໍາສະເໜີຕໍ່ທ່ານເຈົ້າແຂວງລົງລາຍເຊັນ, ປະກາດໃຊ້ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

