ຮັບຄໍາສະເໜີຜ່ານໂທລະສັບສາຍດ່ວນ 552 ເລື່ອງ

ມ.ຖ. 26, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງຄະນະປະຈໍາສະພາແຫ່ງຊາດ ແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍສະເພາະສໍາເລັດທີ່ສາມາດຍາດມາໄດ້ ເຊິ່ງທ່ານໃຫ້ຮູ້ວ່າ:
1) ດ້ານນິຕິບັນ​ຍັດ: ຮຽບຮຽງກົດໝາຍ 10 ສະບັບ ແລະ ໄດ້ນໍາສະເໜີປະທານປະເທດອອກລັດຖະດໍາລັດປະກາດໃຊ້ 8 ສະບັບ; ຮຽບຮຽງລັດຖະທໍາມະນູນສະບັບປັບປຸງປີ 2025 ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ໄດ້ຮັບການປະກາດໃຊ້ຢ່າງເປັນທາງການ; ຮຽບຮຽງກົດໝາຍຂົງເຂດສະພາແຫ່ງຊາດ 3 ສະບັບ ທີ່ໄດ້ຮັບຮອງຢູ່ກອງປະຊຸມສະໄໝສາມັນເທື່ອທີ 7; ກະກຽມຮ່າງກົດໝາຍ 10 ສະບັບ ທີ່ຈະນໍາເຂົ້າພິຈາລະນາຢູ່ກອງປະຊຸມສະໄໝສາມັນເທື່ອທີ 9, ພິຈາລະນາຮັບຮອງເອົາການປັບປຸງກົດໝາຍວ່າດ້ວຍປະກັນສັງຄົມ; ໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ 5 ຄັ້ງ ມີຜູ້ເຂົ້າຮ່ວມ 446 ຄົນ ຍິິງ 120 ຄົນ ແລະ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດວັດທະນະທໍາ-ສັງຄົມ 4 ສະບັບ.
2) ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ: ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ 18 ຫົວຂໍ້, ອອກເປັນມະຕິສະພາແຫ່ງຊາດ 27 ສະບັບ; ຈັດກອງປະຊຸມສະໄໝວິສາມັນເທື່ອທີ 2 ເພື່ອຮັບຮອງເອົາລັດຖະທໍາມະນູນສະບັບປັບປຸງປີ 2025, ກົດໝາຍ 2 ສະບັບ, ການປັບປຸງກົງຈັກຂອງກະຊວງ-ອົງການ ແລະ ວຽກງານອື່ນຈໍານວນໜຶ່ງ; ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ໂດຍຈະອອກເປັນມະຕິສະພາແຫ່ງຊາດ 15 ສະບັບ; ດໍາເນີນກອງປະຊຸມສະໄໝສາມັນ ແລະ ສະໄໝວິສາມັນຂອງ ຄປຈສພຊ 10 ຄັ້ງ ເຊິ່ງໄດ້ຄົ້ນຄວ້າ, ພິຈາລະນາຕົກລົງເນື້ອໃນສຳຄັນ ແລະ ອອກເປັນມະຕິ 90 ສະບັບ; ອັນພົ້ນເດັ່ນ, ແມ່ນໄດ້ຮັບຮອງເອົາການສະເໜີຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ, ແຕ່ງຕັ້ງຄືນໃໝ່ ແລະ ການພັກການ-ຮັບອຸດໜູນບໍານານ ຂອງສະມາຊິກລັດຖະບານ 13 ທ່ານ.
3) ດ້ານການຕິດຕາມກວດກາ: ເຄື່ອນໄຫວຕິດຕາມກວດກາບັນຫາເຄັ່ງຮ້ອນຂອງສັງຄົມ 31 ຄັ້ງ; ຮັບຄໍາສະເໜີຜ່ານໂທລະສັບສາຍດ່ວນ 552 ເລື່ອງ ສົ່ງໃຫ້ບັນດາກໍາມາທິການ, ກະຊວງ-ອົງການ ແລະ ສະພາປະຊາຊົນຂັ້ນແຂວງ ແກ້ໄຂ; ນອກນັ້ນ, ຍັງໄດ້ມອບໝາຍໃຫ້ 18 ກະຊວງ-ອົງການ ຊີ້ແຈງຕໍ່ຄໍາຊັກຖາມ 26 ຫົວຂໍ້ ຢູ່ກອງປະຊຸມສະພາແຫ່ງຊາດ. ຮັບຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ 142 ເລື່ອງ ຄ້າງມາແຕ່ປີ 2024 ມີ 589 ເລື່ອງ ລວມເປັນ 731 ເລື່ອງ; ມາຮອດປັດຈຸບັນ ໄດ້ພິຈາລະນາ 76 ເລື່ອງ, ຈັດກອງປະຊຸມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ 6 ຄັ້ງ ເພື່ອປຶກສາຫາລືຄໍາຮ້ອງຂໍຄວາມເປັນທໍາ 23 ເລື່ອງ, ຕ້ອນຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ 254 ເທື່ອຄັ້ງ.
4) ການສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະພາ​ແຫ່ງ​ຊາດ: ​ກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ III; ຍົກສູງຂີດຄວາມສາມາດໃຫ້ແກ່ ສສຊ, ສສຂ, ພະນັກງານ-ລັດຖະກອນ 40 ຄັ້ງ; ຍົກລະດັບດ້ານທິດສະດີ, ດ້ານວິຊາສະເພາະ ແລະ ພາສາຕ່າງປະເທດ ຢູ່ພາຍໃນ-ຕ່າງປະເທດ 54 ທ່ານ ຍິງ 18 ທ່ານ; ແຕ່ງຕັ້ງ, ຍົກ ຍ້າຍ, ສັບຊ້ອນບຸກຄະລາກອນພາຍໃນ ສພຊ 25 ຄົນ ຍິງ 11 ຄົນ; ນໍາພາ-ຊີ້ນໍາການຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 4 ສະບັບ; ແຕ່ງຕັ້ງຄະນະຮັບຜິດຊອບ ສົມທົບກັບສະພາແຫ່ງຊາດຫວຽດນາມ ໃນການຄົ້ນຄວ້າ ແລະ ຂຽນປຶ້ມປະຫວັດສາດ 50 ປີ ແຫ່ງການພົວພັນລະຫວ່າງສະພາແຫ່ງຊາດ ລາວ-ຫວຽດນາມ; ຄົ້ນຄວ້າສັງລວມບັນດາປຶ້ມນິພົນ, ບົດຄຳເຫັນຕ່າງໆ ຂອງປະທານ ໄກສອນ ພົມວິຫານ ເພື່ອເຜີຍແຜ່ທາງເຟສບຸກ, ໜັງສືພິມຜູ້ແທນປະຊາຊົນ ຂອງສະພາແຫ່ງຊາດ ເພື່ອໃຫ້ສັງຄົມຮັບຮູ້, ເຊື່ອມຊຶມ ແລະ ນຳໃຊ້.
5) ການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ: ກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນຂັ້ນແຂວງ (ສພຂ) ຊຸດທີ II ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນຂອງ ສພຊ, ສພຂ; ພົບປະຜູ້ມີສິດເລືອກຕັ້ງ 890 ຈຸດ ມີຜູ້ເຂົ້າຮ່ວມ 85,767 ເທື່ອຄົນ ຍິງ 35,266 ເທື່ອຄົນ; ລະດົມການຊ່ວຍເຫຼືອດ້ານງົບປະມານ ແລະ ວັດຖຸເຄື່ອງໃຊ້ຕ່າງໆ ໃຫ້ແກ່ປະຊາຊົນ ລວມເປັນມູນຄ່າ 1,012,502,000 ກີບ ໃນນີ້, ເປັນເງິນກີບ 251 ລ້ານກີບ ແລະ ເງິນໂດລາ 1,200 ໂດລາ. ສົມທົບກັບ ສພຂ ຍົກຍ້າຍ, ແຕ່ງຕັ້ງ ແລະ ສັບຊ້ອນບຸກຄະລາກອນ 48 ທ່ານ ຍິງ 12 ທ່ານ ລວມມີ 9 ແຂວງ. ສົມທົບກັບ ສພຂ ເຂົ້າຮ່ວມທາບທາມຮ່າງກົດໝາຍ, ເຄື່ອນໄຫວຕິດຕາມກວດກາບັນຫາເຄັ່ງຮ້ອນຂອງປະຊາຊົນ. ນອກນັ້ນ, ຍັງໄດ້ພິຈາລະນາບັນຫາສໍາຄັນຕ່າງໆ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຂ ແລະ ກອງປະຊຸມ ຄປຈສພ; ຄົ້ນຄວ້າ, ພິຈາລະນາຮັບຮອງເອົານິຕິກໍາທີ່ສໍາຄັນຂອງທ້ອງຖິ່ນ 15 ສະບັບ.
6) ການເຄື່ອນໄຫວວຽກງານຕ່າງປະເທດ: ​​ເຄື່ອນໄຫວຢ້ຽມຢາມ, ພົບປະ ແລະ ແລກປ່ຽນບົດຮຽນ ກັບບັນດາລັດຖະສະພາປະເທດເພື່ອນມິດຍຸດທະສາດ ແລະ ຕ່າງປະເທດ 8 ຄັ້ງ; ເຂົ້າຮ່ວມກອງປະຊຸມລັດຖະສະພາພາກພື້ນ ແລະ ສາກົນ 18 ຄັ້ງ; ຕ້ອນຮັບຄະນະຜູ້ແທນຂັ້ນສູງລັດຖະສະພາຕ່າງປະເທດ, ຄະນະມິດຕະພາບລັດຖະສະພາຕ່າງໆ ລວມທັງທູຕານຸທູດ, ອົງການຈັດຕັ້ງສາກົນ 21 ຄະນະ; ເຂົ້າຮ່ວມງານສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ-ສາກົນ 5 ຄັ້ງ.