loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະເໜີຮ່າງກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ (ສະບັບປັບປຸງ)

ທ.ວ. 13, 2022 | SlideMobile

(ສພຊ) ຕອນບ່າຍວັນທີ 13 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານກອງປະຊຸມຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຮອງປະທານສະພາແຫ່ງຊາດ, ລັດຖະມົນຕີກະຊວງກ່ຽວຂ້ອງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ພ້ອມດ້ວຍຄະນະຮັບຜິດຊອບຮ່າງກົດໝາຍ.
ທ່ານ ປອ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ ວ່າ: ການປັບປຸງກົດໝາຍ ວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ ໃນຄັ້ງນີ້ ມີເປົ້າໝາຍເພື່ອຄຸ້ມຄອງ, ກວດກາການເຄື່ອນໄຫວວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງເປັນລະບົບ ແນໃສ່ຊຸກຍູ້ສົ່ງເສີມການຄົ້ນຄວ້າ, ການນຳໃຊ້ວິທະຍາສາດ, ການຖ່າຍທອດເຕັກໂນໂລຊີ, ການປະດິດສ້າງ, ນະວັດຕະກຳ ແລະ ການບໍລິການດ້ານເຕັກໂນໂລຊີ ທີ່ກ້າວໜ້າ ປະກອບສ່ວນເຂົ້າໃນການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ, ການພັດທະນາເສດຖະ ກິດ-ສັງຄົມ, ການປົກປັກຮັກສາປະເທດຊາດ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ການປັບປຸງກົດໝາຍ ສະບັບນີ້ ມີຄວາມສຳຄັນ ແລະ ຈຳເປັນຄື:
1. ຊຸກຍູ້ການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ ຂອງພັກ-ລັດ ໃນການສົ່ງເສີມການຄົ້ນຄວ້າ, ພັດທະນາ ແລະ ການນໍາໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຊຸກຍູ້ ແລະ ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ;
2. ກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ ຖືກຮັບຮອງໃນປີ 2013 ຜ່ານການຈັດຕັ້ງປະຕິບັດມາໄດ້ 8 ປີ ຈຳເປັນຕ້ອງໄດ້ປັບປຸງບາງມາດຕາ ເພື່ອໃຫ້ມີຄວາມສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຕາມແຕ່ລະໄລຍະ;
3. ສະພາບການປັບປຸງກົງຈັກການຈັດຕັ້ງ ທີ່ລັດຖະບານເຫັນດີ ສັບຊ້ອນວຽກງານວິທະຍາສາດ ລວມທັງກົງຈັກ ແລະ ພະນັກງານ-ລັດຖະກອນ ມາຂຶ້ນກັບຂະແໜງການສຶກສາທິການ ແລະ ກິລາ ເຊິ່ງເປັນບັນຫາໜຶ່ງທີ່ຮຽກຮ້ອງໃຫ້ ຕ້ອງມີການປັບປຸງ ເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງ ໃນປັດຈຸບັນ;
4. ການເຄື່ອນໄຫວວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີການແຂ່ງຂັນ ແລະ ພັດທະນາ ຢ່າງກ້າວກະໂດດ ເຊິ່ງປະກອບດ້ວຍ ການຄົ້ນຄວ້າວິທະຍາສາດ, ການພັດທະນາເຕັກໂນໂລຊີ, ການພັດທະນານະວັດຕະກຳ ແລະ ການບໍລິການ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງເປັນປັດໄຈທີ່ຈຳເປັນຕ້ອງໄດ້ປັບປຸງໃຫ້ສອດຄ່ອງຕາມສະພາບການປ່ຽນແປງໃນປັດຈຸບັນ.
ຫຼັງຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄໍາເຈາະຈີ້ມ ແລະ ໃຫ້ທິດຊີ້ນໍາໃນການຄົ້ນຄວ້າປະກອບຄໍາເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ. ຈາກນັ້ນ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງມີເຫດມີຜົນ ແລະ ກົງໄປກົງມາ. ພາຍຫຼັງບັນດາທ່ານ ສະມາຊິກສະພາແຫ່ງຊາດ ມີຄໍາເຫັນແລ້ວ ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍສະບັບດັ່ງກ່າວ ໄດ້ໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ ສະມາຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ. ຈາກນັ້ນ, ປະທານກອງປະຊຸມ ກໍໄດ້ສະຫຼຸບສັງລວມຄໍາເຫັນຂອງກອງປະຊຸມ.