loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະເໜີກ່ຽວກັບການສ້າງຮ່າງກົດໝາຍວ່າດ້ວຍວິຈິດສິນ

​ກ.ກ. 4, 2022 | SlideMobile

         (ສພຊ) ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍວິຈິດສິນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 4 ກໍລະກົດ 2022 ນີ້ ວ່າ: ກົດໝາຍວ່າດ້ວຍວິຈິດສິນສະບັບນີ້ ປະກອບມີ 11 ພາກ, 9 ໝວດ ແລະ 87 ມາດຕາ ເຊິ່ງມີເນື້ອໃນສຳຄັນດັ່ງນີ້:
ພາກທີ I ນັບແຕ່ມາດຕາ 1 ຫາ ມາດຕາ 8 ແມ່ນບົດບັນຍັດທົ່ວໄປ ເຊິ່ງໄດ້ກໍານົດກ່ຽວກັບຈຸດປະສົງນິຍາມ,ນະໂຍບາຍວິຈິດສິນ, ຫຼັກການພື້ນຖານ, ຂອບເຂດການນໍາໃຊ້ກົດໝາຍ ແລະ ການຮ່ວມມືສາກົນ. ພິເສດແມ່ນການດຳເນີນທຸລະກິດວຽກງານວິຈິດສິນ ຕະຫຼອດລະບຽບຫຼັກການກ່ຽວກັບການນຳເຂົ້າ-ສົ່ງອອກ;
ພາກທີ II ປະກອບມີ 3 ໝວດ, ນັບແຕ່ມາດຕາ 9 ຫາ ມາດຕາ 15 ແມ່ນໄດ້ໃຫ້ຄຳນິຍາມ ປະເພດ, ລັກສະນະແລະ ລະດັບ ຂອງວິຈິດສິນທາງດ້ານສິລະປະວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ. ໃນນີ້ປະກອບ ມີ 4 ມາດຕາ ຄື: ມາດຕາ 16 ຫາ ມາດຕາ 19 ແມ່ນລັກສະນະຂອງວິຈິດສິນ, ມາດຕາ 20-22 ແມ່ນລະດັບຂອງວິຈິດສິນ;
ພາກທີ III ປະກອບມີ 4 ມາດຕາ, ນັບແຕ່ ມາດຕາ 23 ຫາ ມາດຕາ 26 ໄດ້ເວົ້າເຖິງ ການສ້າງຜົນງານວິຈິດສິນແລະ ວິຈິດສິນທີ່ເປັນສົມບັດມິ່ງເມືອງ;
ພາກທີ IV ປະກອບມີ 2 ໝວດ, ມີ 18 ມາດຕາ ນັບແຕ່ ມາດຕາ 27 ຫາ ມາດຕາ 40 ໄດ້ເວົ້າເຖິງການຄຸ້ມຄອງວິຈິດສິນ ແຕ່ມາດຕາ 27 ຫາ ມາດຕາ 40, ການປົກປັກຮັກສາ ແລະການອະນຸລັກ ຜົນງານວິຈິດສິນ ແຕ່ມາດຕາ 41 ຫາ 44;
ພາກທີ V ປະກອບມີ 2 ໝວດ, ມີ 16 ມາດຕາ ນັບແຕ່ ມາດຕາ 45 ຫາ ມາດຕາ 60 ໄດ້ເວົ້າເຖິງ ປະເພດນັກສີລະປິນວິຈິດສິນ, ນາມມະຍົດນັກສີລະປິນວິຈິດສິນ ແຕ່ມາດຕາ 53 ຫາ ມາດຕາ 60;
ພາກທີ VI ປະກອບມີ 9 ມາດຕາ, ເວົ້າເຖິງການດໍາເນີນທຸລະກິດກ່ຽວກັບວິຈິດສິນ ນັບແຕ່ມາດຕາທີ່ 61 ຫາມາດຕາ 69;
ພາກທີ VII ປະກອບມີ 2 ມາດຕາ, ໄດ້ເວົ້າເຖິງສະມາຄົມວິຈິດສິນລາວ ນັບແຕ່ມາດຕາ 70 ຫາ ມາດຕາທີ 71;
ພາກທີ VIII ປະກອບມີ 3 ມາດຕາ, ໄດ້ເວົ້າເຖິງ ຂໍ້ຫ້າມ ແຕ່ມາດຕາທີ 72 ຫາ ມາດຕາ 74;
ພາກທີ IX ປະກອບມີ 2 ໝວດ, ມີ 8 ມາດຕາ, ໄດ້ເວົ້າເຖິງການຄຸ້ມຄອງວຽກງານວິຈິດສິນ ແຕ່ມາດຕາ 75 ຫາ ມາດຕາ 79 ແລະ ໄດ້ເວົ້າເຖິງການກວດກາວຽກງານວິຈິດສິນ ມາດຕາທີ 80 ຫາ ມາດຕາ 82;
ພາກທີ X ປະກອບມີ 2 ມາດຕາ, ໄດ້ເວົ້າເຖິງ ນະໂຍບາຍຕໍ່ຜູ້ມີຜົນງານ ແລະມາດຕະການຕໍ່ຜູ້ລະເມີດ ແຕ່ມາດຕາ 83 ຫາ ມາດຕາ 84;
ພາກທີ XI ປະກອບມີ 3 ມາດຕາ, ໄດ້ເວົ້າເຖິງບົດບັນຍັດສຸດທ້າຍ ແຕ່ມາດຕາ 85 ຫາ ມາດຕາ 87; ວັນວິຈິດສິນແຫ່ງຊາດມີ 1 ມາດຕາ,ມາດຕາ85, ຊຶ່ງໄດ້ກຳນົດການຈັດຕັ້ງປະຕິບັດ ມາດຕາ 86, ແລະ ຜົກສັກສິດ ມາດຕາ 87.
ເມື່ອກົດໝາຍວ່າດ້ວຍວິຈິດສິນ ສ້າງໃໝ່ໄດ້ຖືກຮອງຮັບ ແລະ ປະກາດໃຊ້ແລ້ວຄາດວ່າຈະໄດ້ຮັບຜົນດັ່ງນີ້:
1. ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ສາກົນ ເຫັນໄດ້ເຖິງນະໂຍບາຍອັນຈະແຈ້ງຂອງພັກ ແລະ ລັດຖະບານໃນການຄຸ້ມຄອງ, ນຳໃຊ້, ປົກປັກຮັກສາ, ອະນຸລັກ, ບູລະນະປະຕິສັງຂອນ ລວມທັງມາດຕະການຕ່າງໆ ຕໍ່ກັບວິຈິດສິນ ເພື່ອຮັກສາໄວ້ຊຶ່ງຄຸນຄ່າ ທາງດ້ານສິລະປະວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ແນ່ໃສ່ສຶກສາອົບຮົມ ພົນລະເມືອງໃຫ້ມີນ້ຳໃຈຮັກຊາດ, ຮັກມູນເຊື້ອອັນດີງາມຂອງຊາດ, ໃຫ້ເປັນພື້ນຖານດ້ານຈິດໃຈ ແລະ ປັດໃຈຄໍ້າປະກັນຄວາມຍືນຍົງຄົງຕົວຂອງຊາດລາວຕະຫຼອດໄປ;
2. ສາມາດສະກັດກັ້ນການບຸກລຸກ, ທຳລາຍມໍລະດົກທາງດ້ານວິຈິດສິນ ສິລະປະວັດທະນະທຳ, ປະຫວັດສາດ ແລະ ທໍາມະຊາດ ຊຶ່ງຕິດພັນກັບແຜນການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ ເຮັດໃຫ້ການອະນຸລັກ ແລະ ການພັດທະນາມີຄວາມກົມກຽວກັນ ຮັກສາໄດ້ມູນເຊື້ອຮ່ອງຮອຍຂອງບັນພະບູລຸດ ແລະ ວິລະບູລຸດແຫ່ງຊາດ ກໍ່ຄືປະຫວັດສາດອັນສະຫງ່າລາສີຂອງຊາດເຮົາສືບໄປ;
3. ຕ້ານ ແລະ ສະກັດກັ້ນການລະເມີດ, ການບຸກລຸກເຂດມໍລະດົກສະຖານ, ເຂດສີຂຽວ, ເຂດດິນທາມ, ໜອງນໍ້າອານຸສອນສະຖານ ແລະ ປ້ອງກັນ ປູຊະນິຍະສະຖານ, ບູຮານສະຖານ,ວັດຖຸບູຮານທີ່ມີຄຸນຄ່າສູງ ໄວ້ໃຫ້ໝັ້ນຄົງຍາວນານສືບໄປ;
4. ຕ້ານ, ສະກັດກັ້ນ ແລະ ຈຳກັດ ການລັກລອບຄ້າຂາຍວັດຖຸບູຮານອັນລ້ຳຄ່າທີ່ຫາຍາກ ແລະ ຊັບສົມບັດ ທີ່ມີ
ຄຸນຄ່າສູງທາງດ້ານວັດທະນະທຳ, ປະຫວັດສາດຂອງຊາດໂດຍຂຶ້ນທະບຽນ ແລະ ປົກປັກຮັກສາໄວ້ໃຫ້ ເປັນສົມບັດຂອງວົງຄະນາຍາດ ແລະ ຂອງຊາດສືບຕໍ່ໄປ;
5. ສາມາດທວງຄືນກັບບັນດາປະເທດລັດພາຄີທີ່ ສປປ ລາວ ໄດ້ເຂົ້າຢູ່ໃນສົນທິສັນຍາສາກົນຕ່າງໆເຊັ່ນ: ສົນທິ
ສັນຍາສາກົນວ່າດ້ວຍການເກືອດຫ້າມ, ປ້ອງກັນການນຳເຂົ້າ- ສົ່ງອອກ ແລະ ໂອນກຳມະສິດຊັບສິນທາງ ວັດທະນະທຳແບບຜິດກົດໝາຍ, ສົນທິສັນຍາວ່າດ້ວຍຊັບສົມບັດທາງວັດທະນະທຳທີ່ຖືກລັກ ຫຼື ຖືກສົ່ງອອກ ແບບຜິດກົດໝາຍ ແລະ ບັນດາສົນທິສັນຍາສາກົນອື່ນ;
6. ອໍານວຍຄວາມສະດວກໃຫ້ປະຊາຊົນລາວບັນດາເຜົ່າໄດ້ພ້ອມກັນປົກປັກຮັກສາ ແລະ ຊື່ນຊົມ ເພື່ອເຮັດໃຫ້ມໍລະດົກ ທາງດ້ານວິຈິດສິນ ສິລະປະວັດທະນະທຳ, ປະຫັວດສາດ ແລະ ທຳມະຊາດ ປະກອບສ່ວນ ເຂົ້າໃນການສ້າງສາພັດທະນະຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ແລະ ສຶກສາອົບຮົມຄວາມຮັກແພງເຊື້ອ ນັບມື້ນັບດີຂຶ້ນ ແລະ ເຮັດໃຫ້ມໍລະດົກທາງດ້ານວິຈິດສິນ ສິລະປະວັດທະນະທຳ, ປະຫວັດ ແລະ ທຳມະຊາດ ຍືນຍົງ ຄຽງຄູ່ກັບຊາດລາວຕະຫຼອດໄປ.