loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານ ສະພາປະຊາຊົນແຂວງອຸດົມໄຊ ລົງເຄື່ອນໄຫວ ແລະ ມອບເຄື່ອງຊ່ວຍເຫລືອ ຜູ້ປະສົບໄພພິບັດນໍ້ຖ້ວມ ຢູ່ເມືອງໄຊ.

ກ.ຍ. 5, 2022 | ເຂດ 4 ອຸດົມໄຊ

ວັນພະຫັດ, ວັນທີ 1 ກັນຍາ 2022 ນີ້, ທ່ານ ນ. ຄໍາພອນ ພິມະຈັນ ຮອງປະທານ ສພຂ ແລະທ່ານ ທອງຄານ ວັດສະດາກອນ ປະທານຄະນະກຳມະການ ຍຸຕິທຳ, ປກຊ-ປກສ,ໄດ້ລົງຢ້ຽມຢາມສະພາບໄພພິບັດນໍ້າຖ້ວມ ແລະ ມອບເຄື່ອງຊ່ວຍເຫຼືອຢູ່ເມືອງໄຊ, ມີສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອຕັ້ງເມືອງໄຊ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອຕັ້ງເມືອງຫຼາ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.
 
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ເຂົ້າສານໜຽວ, ນໍ້າດື່ມ, ໝີ, ເກືອແປ້ງນົວ, ແຟັບສະບູ ແລະ ຢາຖູແຂ້ວ ລວມມູນຄາທັງໝົດປະມານ 7 ລ້ານກວ່າກີບ ແລະ ໄດ້ຈັດມອບໃຫ້ຄອບຄົວທີ່ຖືກນໍ້າພັດເຮືອນໄຫລ, ໄດ້ຮັບຜົນກະທົບໝັກ 16 ຄອບຄົບໃນຈໍານວນ 5 ບ້ານຄື: ບ້ານຫຼັກ 22, ບ້ານຫ້ວຍປໍ, ບ້ານຫຼັກ 10, ບ້ານໂຮມສຸກ ແລະ ບ້ານຖິ່ນ.
ໂອກາດດັ່ງກ່າວທ່ານ ນ. ຄໍາພອນ ພິມະຈັນ ຮອງປະທານສະພາປະຊາຊົນແຂວງ ໄດ້ມີຄໍາເຫັນກ່ອນອື່ນທ່ານໄດ້ສະແດງຄວາມເສຍໃຈ ແລະ ຢ້ຽມຢາມຖາມຂ່າວ ຄອບຄົວທີ່ຖືກຜົນກະທົບ, ສໍາລັບເຄື່ອງທີ່ນໍາມາມອບໃນຄັ້ງແມ່ນການມອບເບື້ອງຕົ້ນເພື່ອຊ່ວຍບັັັນເທົ່າທຸກໃຫ້ປະຊາຊົນ ເຊິ່ງໄດ້ມາຈາກການລະດົມວັດຖຸປັດໃຈ ຈາກສະພາແຫ່ງຊາດ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ.
ພາບ/ຂ່າວ: ແສງພອນ ອິນນະລົງ.