ວັນທີ 8-9 ກັນຍາ 2025, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ .12) ແລະ ທ່ານ ບຸນຖັນ ໂພທິລາດ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຍົມມະລາດ ພ້ອມດ້ວຍຄະນະ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຂອງ ກອງປະຊຸມວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX; ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄຳມ່ວນ ຊຸດທີ IV, ຢູ່ 4 ບ້ານຂອງເມືອງຍົມມະລາດ: ບ້ານໂພນຄຳ, ບຸ່ງເບົາ, ນາບໍ່ ແລະ ບ້ານທ່າໂຈນ ໂດຍໄດ້ຮັບການຕ້ອນຮັບ ແລະ ເຂົ້າຮ່ວມມີ ທ່ານ ຈັນທະບູນ ວົງສຸດທິ ກຳມະການປະຈຳພັກເມືອງ ປະທານຄະນະກວດກາພັກເມືອງ; ຄະນະພັກເມືອງຜູ້ຊີ້ນຳເຂດ; ອຳນາດການປົກຄອງບ້ານ, ກຳລັງປກຊ-ປກສ, ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮວ່ມທັງໝົດ 423 ເທື່ອຄົນ, ຍິງ 227 ເທື່ອຄົນ.


ໃນວາລະຂອງການຈັດຕັ້ງເຜີຍແຜ່ຜົນສໍາເລັດ ເນື້ອໃນກອງປະຊຸມສະພາໃນຄັ້ງນີ້ ໄດ້ຮັບຟັງການລາຍງານໂດຍສັງເຂບຂອງບັນດານາຍບ້ານ, ກ່ຽວກັບສະພາບທີ່ຕັ້ງ ແລະ ຈຸດພິເສດຂອງແຕ່ລະບ້ານ, ເຊິ່ງມີດ້ານການເມືອງ-ແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ເຫັນໄດ້ການຈັດຕັ້ງປະຕິບັດມີທັງຂໍ້ສະດວກ ແລະ ຂໍ້ຄົງຄ້າງ, ມີວຽກງານຈຸດສຸມໃນຕໍ່ໜ້າທີ່ຈະຕ້ອງໃຫ້ສຳເລັດ. ພ້ອມນີ້, ຍັງໄດ້ຮັບຟັງຄຳສະເໜີ, ຄວາມຂັດຂ້ອງໝອງໃຈ ຂອງພະນັກງານ-ລັດຖະກອນ, ທະຫານຕຳຫຼວດ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ເພື່ອນຳໄປຄົ້ນຄວ້າ, ພິຈາລະນາ ແລະ ສະເໜີຕໍ່ໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າແກ້ໄຂຕາມລະບຽບການ.

ຈາກນັ້ນ, ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ໄດ້ເຜີຍແຜ່ເນື້ອໃນກອງປະຊຸມວິສາມັນ ແລະ ກອງປະຊຸມສາມັນ ຂອງສະພາແຫ່ງຊາດຄື: ກອງປະຊຸມວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ ແລະ ຮັບຮອງເອົາ ການປັບປຸງກົງຈັກການຈັດຕັ້ງຂອງ ກະຊວງ-ອົງການ ຈໍານວນໜຶ່ງ ຂອງລັດຖະບານ; ວຽກງານນະໂຍບາຍສົ່ງເສີມພິເສດ ສະເພາະໃຫ້ຜູ້ລົງທຶນ ໃນນິຄົມອຸດສາຫະກໍາ ອໍາມະຕະ; ພິຈາລະນາ ແລະ ຮັບຮອງເອົາ ການປັບປຸງລັດຖະທໍາມະນູນ ສະບັບປັບປຸງປີ 2025 ແລະ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສະພາແຫ່ງຊາດ ຊຸດທີ IX ເຊິ່ງໄດ້ພິຈາລະນາ, ຮັບຮອງເອົາບັນດາເນື້ອໃນວຽກງານສໍາຄັນຕ່າງໆ ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025; ບົດລາຍງານການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 8-9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ; ການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ ໃນນີ້, ສ້າງໃໝ່ 5 ສະບັບ. ຈາກນັ້ນ ທ່ານ ບຸນຖັນ ໂພທິລາດ ກໍໄດ້ເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ IV ຊຶ່ງມີບັນດາມະຕິກອງປະຊຸມ ຈຳນວນ 22 ສະບັບ, ໃນນີ້ມີ ມະຕິ ສະພາປະຊາຊົນຂັ້ນແຂວງ ທີ່ພົວພັນກັບ ອົງການປົກຄອງແຂວງ ຈຳນວນ 21 ສະບັບ; ມະຕິ ສະພາປະຊາຊົນຂັ້ນແຂວງ ທີ່ພົວພັນກັບ ວຽກງານສະພາປະຊາຊົນຂັ້ນແຂວງ 1 ສະບັບ; ມະຕິຮັບຮອງເອົານິຕິກຳໃຕ້ກົດໝາຍ 2 ສະບັບ ແລະ ບັນດາເນື້ອໃນເອກະສານບົດລາຍງານຕ່າງໆທີ່ນຳເຂົ້າພິຈາລະນາ ແລະ ຮັບຮອງເອົາຢູ່ໃນກອງປະຊຸມ. ເຊິ່ງໃນການລົງເຄື່ອນໄຫວແຕ່ລະຈຸດ, ທ່ານຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ທ່ານໄດ້ໂອ້ລົມຕໍ່ອຳນາດການປົກຄອງບ້ານຈົ່ງຮັກມູນເຊື່ອວັດທະນະທຳຊົນເຜົ່າ, ພ້ອມທັງເພີ່ມທະວີຄວາມສາມັກຄີໃຫ້ໜັກແໜ້ນ ເປັນແບບຢ່າງໃນການພັດທະນາບ້ານ ເອົາໃຈ ໃສ່ສຶກສາອົບຮົມພໍ່ແມ່ປະຊາຊົນໃຫ້ເຊື່ອມຊືມເຂົ້າໃຈແຈ້ງ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດານິຕິກຳຕ່າງໆໃຫ້ເລິກເຊິ່ງ ແລະ ໄດ້ເນັ້ນໜັກຕໍ່ພໍ່ແມ່ຜູ້ປົກຄອງ ໃຫ້ເຂົ້າໃຈຄວາມໝາຍສຳຄັນຂອງວຽກງານການສຶກສາ ພ້ອມທັງເອົາໃຈໃສ່ຊຸກຍູ້ລູກຫຼານເຂົ້າໂຮງຮຽນຕາມເກນອາຍຸ ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ຄວາມສາມາດ, ມີອະນາຄົດທີ່ດີ ເພື່ອມາພັດທະນາຕົນເອງ ແລະຄອບຄົວໃຫ້ດີຂຶ້ນກວ່າເກົ່າ.

ນອກນັ້ນ, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ພ້ອມຄະນະ ຍັງໄດ້ເອົາເຄື່ອງອຸປະໂພ-ບໍລິໂພກ ມອບໃຫ້ຄະນະບ້ານບຸ່ງເບົາ ແລະ ພໍ່ແມ່ປະຊາຊົນອີກດ້ວຍ.

ໃນວັນຕໍ່ມາຂອງວັນທີ 10 ກັນຍາ ທີ່ເທດສະບານເມືອງຍົມມະລາດ ໄດ້ດຳເນີນກອງປະຊຸມຮ່ວມລະຫວ່າງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ ກັບ ອົງການປົກຄອງເມືອງຍົມມະລາດ.
ໂດຍ: ເອື້ອ ມະໂນສິງ