ລະຫວ່າງວັນທີ 3-6 ກຸມພາ 2025ນີ້, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ 12), ທັງເປັນຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ທ່ານ ວິໄລ ພົມມະຈັກ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງເຊບັ້ງໄຟ ແຂວງຄໍາມ່ວນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ພົບປະຜູ້ມີສິດເລືອກຕັ້ງຢູ່ 8 ຈຸດຂອງເມືອງເຊບັ້ງໄຟ ຄື: ບ້ານໂຄກສະຫວ່າງ, ທັບ, ນາທານ, ເຊນ້ອຍ, ທ່າຄໍ້, ທ່າຫາດ, ເວີນສະນັ່ນ ແລະ ບ້ານກະສິ, ໂດຍໄດ້ຮັບການຕ້ອນຮັບຈາກຄະນະພັກເມືອງ, ຄະນະພັກຮາກຖານກຸ່ມບ້ານ, ອົງການຈັດຕັ້ງບ້ານ, ພະນັກງານ-ລັດຖະກອນ, ກຳລັງ ປກຊ-ປກສ, ເຖົ້າແກ່ແນວໂຮມ, ພໍ່ແມ່ປະຊາຊົນ, ຄູ ແລະ ນັກຮຽນ ທັງໝົດ 787 ເທື່ອຄົນ, ຍິງ 298 ເທື່ອຄົນ.

ຈຸດປະສົງການລົງເຄື່ອນໄຫວໃນຄັ້ງນີ້, ກໍເພື່ອນໍາເອົາເນື້ອໃນຜົນສໍາເລັດ ຂອງການດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາສອງຂັ້ນເຜີຍແຜ່ໃຫ້ ພະນັກງານ-ລັດຖະກອນ, ກຳລັງປກຊ-ປກສ, ອຳນາດການປົກຄອງຂັ້ນບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນໄດ້ຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກເວົ້າລວມ, ເວົ້າສະເພາະກໍຄືວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ຕິດພັນກັບການລົງຢ້ຽມຢຽມຖາມຂ່າວ ແລະ ຮັບຟັງຄໍາຄິດເຫັນ, ຄໍາສະເໜີ, ຂໍ້ຂັດຂ້ອງໝອງໃຈຂອງພໍ່ແມ່ປະຊາຊົນ ເພື່ອນຳໄປຄົ້ນຄວ້າ ແລະ ຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂໃນຕໍ່ໜ້າ.

ໃນແຜນການພົບປະຢູ່ 8 ຈຸດດັ່ງກ່າວ, ທ່ານ ຮອງປະທານ(ຄສຊຂ 12) ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບທີ່ຕັ້ງ ແລະ ຈຸດພິເສດ, ມີດ້ານການເມືອງ-ແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົມ ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າຂອງບັນດາບ້ານ, ຊຶ່ງເຫັນໄດ້ດ້ານຈັດຕັ້ງປະຕິບັດມີທັງຂໍ້ສະດວກ ແລະ ຂໍ້ຄົງຄ້າງ, ມີວຽກງານຈຸດສຸມໃນຕໍ່ໜ້າທີ່ຈະຕ້ອງໃຫ້ສຳເລັດ; ຈາກນັ້ນທ່ານ ສສຊ ແລະ ສສຂ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II.

ໂອກາດນີ້ ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານ (ຄສຊຂ 12) ສະແດງຄວາມຊົມເຊີຍຕໍ່ຜົນງານຮອບດ້ານທີ່ບັນດາບ້ານຍາດມາໄດ້ໃນໄລຍະຜ່ານມາ ທັງຕີລາຄາສູງຕໍ່ຄວາມດຸໝັ່ນ ແລະ ມີຫົວຄິດພັດທະນາຂອງປະຊາຊົນ ທັງສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງຄະນະພັກຂອງເມືອງ, ພໍ່ແມ່ປະຊາຊົນ, ພ້ອມທັງໃຫ້ທິດຊີ້ນຳຕໍ່ຄະນະພັກເມືອງຜູ້ຊີ້ນຳເຂດ, ອຳນາດການບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນຈົ່ງຮັກມູນເຊື່ອສາຄວາມສາມັກຄີຮັກແພງເປັນປຶກແຜນ, ສືບຕໍ່ປະຕິບັດມະຕິຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຮັບຮູ້ສິດນໍາໃຊ້ທີ່ດິນໃຫ້ປະຊາຊົນທີ່ອາໄສຢູ່ 3 ປະເພດປ່າ ແລະ ຊຸກຍູ້ການອອກໃບຕາດິນໃຫ້ບັນ ລຸຕາມແຜນການ, ຊຸກຍູ້ສົ່ງເສີມໃຫ້ລູກຫຼານໄດ້ຮັບການສຶກສາຮ່ຳຮຽນໃຫ້ມີຄວາມຮູ້ຄວາມສາມາດ, ຕ້ານປາກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ເອົາໃຈໃສ່ສ້າງເສດຖະກິດໃນຄອບຄົວມີຄວາມເຂັ້ມແຂງ ເພື່ອເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ ນຳເອົາເມືອງເຊບັ້ງໄຟກ້າວຂຶ້ນຢ່າງໜັກແໜ້ນ.