ຮອງປະທານ ກວທສ ເຄື່ອນໄຫວວຽກງານຢູ່ບໍລິຄຳໄຊ

ຕ.ລ. 7, 2025

(ສພຂ) – ວັນທີ 2 ຕຸລາຜ່ານມາ, ທ່ານ ນາງ ມະນີວັນ ເຍຍປາວເຮີ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ (ກວທສ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ແຂວງບໍລິຄຳໄຊ ໂດຍການຕ້ອນຮັບຂອງທ່ານ ໃສຄຳ ທອງລັດ ຮອງປະທານສະພາປະຊົນແຂວງ; ຈຸດປະສົງແມ່ນເພື່ອຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະບັນດາຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ປະຈຳປີ 2025 ເພື່ອເກັບກຳຂໍ້ມູນລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ (ສພຊ) ແລະ ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX ທີ່ຈະມາເຖີງນີ້.
ໃນການເຄື່ອນໄຫວ ໄດ້ເປີດກອງປະຊຸມຮ່ວມກັບຄະນະປະຈໍາສະພາປະຊາຊົນແຂວງ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງ ເຊິ່ງໄດ້ຮັບຟັງການລາຍງານສະພາບລວມການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານໃນຂົງເຂດຄວາມຮັບຜິດຊອບຂອງຕົນ ຈາກຜູ້ຕາງໜ້າບັນດາພະແນກການ ໂດຍສະເພາະການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ, ການຈັດຕັ້ງປະຕິບັດນະໂຍບາຍຕໍ່ພະນັກງານຜູ້ມີຜົນງານ ແລະ ຄຸນງາມຄວາມດີຕໍ່ການປະຕິວັດຊາດປະຊາທິປະໄຕ, ການຈັດຕັ້ງປະຕິບັດນະໂຍບາຍ 5 ດີ 1 ພໍໃຈ, ການຄຸ້ມຄອງການນຳໃຊ້ກອງທຶນປະກັນສຸຂະພາບ, ການເຄື່ອນໄຫວຂອງສະຖານທີ່ບໍລິການປິ່ນປົວ ໂດຍສະເພາະໂຮງໝໍ ແລະ ສູນປິ່ນປົວສຸຂະພາບ, ການຈັດຕັ້ງປະຕິບັດມະຕິ 09/ນຍ, ລົງວັນທີ 17 ກໍລະກົດ 2023 ວ່າດ້ວຍນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ, ການຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນ, ການຈັດຕັ້ງປະຕິບັດຍຸດທະສາດພັດທະນາຊັບພະຍາກອນມະນຸດ, ການສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ແລະ ອື່ນໆ; ທັງນີ້, ກໍເພື່ອເກັບກໍາຂໍ້ມູນການຈັດຕັ້ງປະຕິບັດວຽກງານ ເພື່ອຊອກໃຫ້ເຫັນສະພາບ, ຜົນສໍາເລັດ, ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດຂອງບັນຫາ, ວິທີການ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ, ນໍາເອົາບັນຫາດັ່ງກ່າວສະເໜີຕໍ່ລັດຖະບານພິຈາລະນາແກ້ໄຂ.
ຕອນບ່າຍວັນດຽວກັນ, ທ່ານ ນາງ ມະນີວັນ ເຍຍປາວເຮີ ແລະ ທ່ານ ໃສຄຳ ທອງລັດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ວຽກງານຢູ່ໂຮງໝໍແຂວງ ເຊິ່ງໄດ້ຮັບຟັງການລາຍງານໂດຍສັງເຂບກ່ຽວກັບສະພາບລວມການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ຈາກທ່ານ ນາງ ດຣ. ພັດສະດີ ວົງສິນນະສອນ ອຳນວຍການໂຮງໝໍແຂວງ; ຮອງປະທານ ກວທສ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆຂອງໂຮງໝໍແຂວງໃນໄລຍະຜ່ານມາ ທັງຕີລາຄາສູງຕໍ່ຜົນງານທີ່ຍາດມາໄດ້ ເປັນຕົ້ນແມ່ນບໍລິການສັງຄົມ ແລະ ເນັ້ນໜັກບາງບັນຫາທີ່ຕ້ອງເອົາໃຈໃສ່ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ມີຄຸນນະພາບ ແລະ ມີຜົນສຳເລັດ.
ກ່ອນໜ້ານັ້ນ ວັນທີ 1 ຕຸລາ, ທ່ານ ນາງ ມະນີວັນ ເຍຍປາວເຮີ ໄດ້ເຂົ້າພົບທ່ານ ປອ. ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍລິຄຳໄຊ ເພື່ອແຈ້ງຈຸດປະສົງຂອງການເຄື່ອນໄຫວວຽກງານຄັ້ງນີ້.
(ລະອອງດາວ)