loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານສະພາແຫ່ງຊາດ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຢູ່ແຂວງຄຳມ່ວນ

ມ.ກ. 26, 2022 | ຂ່າວກອງປະຊຸມ

         (ສພຊ) ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ຊຸດທີ II ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 11-14 ມັງກອນ 2022 ທີ່ສະໂມສອນຫລັກ 4 ແຂວງຄໍາມ່ວນ ເຊິ່ງໃນວາລະດັ່ງກ່າວ, ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ກໍໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ເຊິ່ງທ່ານໄດ້ກ່າວວ່າ: ກອງປະຊຸມໄດ້ພິຈາລະນາຮັບຮອງເອົາມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນ, ຄາດຄະເນໝົດປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022; ບົດລາຍງານຂອງລັດຖະບານ ກ່ຽວກັບ ການສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ການຈັດຕັງປະຕິບັດແຜນງົບປະມານແຫ່ງລັດ 10 ເດືອນ, ຄາດຄະເນໝົດປີ 2021 ແລະ ທິດທາງແຜນງົບປະມານແຫ່ງລັດ ປີ 2022; ບົດສະຫລຸບການເຄື່່ອນໄຫວວຽກງານ ປະຈໍາປີ ແລະ ແຜນການເຄື່ອນໄຫວຂອງສະພາແຫ່ງຊາດ; ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບຍຸດທະສາດພັດທະນາພະລັງງານໄຟຟ້າ ຂອງ ສປປລາວ (2021-2030); ບົດລາຍງານຂອງລັດຖະບານກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ 5 ປີ (2021-2025); ມະຕິວ່າດ້ວຍການຮັບຮອງເອົາຜົນການກວດສອບບົດສະຫລຸບຂາດຕົວ ງົບປະມານແຫ່ງລັດ ແລະ ຜົນການກວດສອບປະຈໍາປີ 2020, ບົດສະຫລຸບການເຄື່່ອນໄຫວວຽກງານປະຈໍາປີ 2021 ແລະ ແຜນປະຈໍາປີ 2022 ຂອງອົງການກວດສອບແຫ່ງລັດ; ບົດລາຍງານຜົນການກວດກາຕາມຜົນການກວດສອບ ປະຈໍາປີ 2019, ບົດສະຫລຸບການເຄື່ອນໄຫວວຽກງານປະຈໍາປີ ແລະ ທິດທາງແຜນການຂອງອົງການກວດສອບແຫ່ງລັດ; ອົງການໄອຍະການປະຊາຊົົນສູງສຸດ; ສານປະຊາຊົນສູງສຸດ; ການແຕ່ງຕັັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ແລະ ຮັບຮອງເອົາກົດໝາຍ ຈໍານວນ 11 ສະບັບ.
         ໂອກາດດັ່ງກ່າວ, ທ່ານຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ຍັງໄດ້ນຳເອົາເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນຈຳນວນໜຶ່ງ ລວມມູນຄ່າ 70 ລ້ານກວ່າກີບ ມອບໃຫ້ແຂວງຄຳມ່ວນ ເພື່ອນຳໄປແຈກຢາຍຕໍ່ໃຫ້ຜູ້ທີ່ທຸກຍາກຂາດເຂີນ.
(ພາບ ແລະ ຂ່າວ: ເອື້ອ ມະໂນສິງ)