ຕອນບ່າຍວັນທີ 30 ກັນຍາ 2025, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ທ່ານ ພົນໂທ ສຸວອນ ເລື່ອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢູ່ສະພາປະຊາຊົນແຂວງ, ໂດຍການຕ້ອນຮັບຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາທ່ານຮອງປະທານ ແລະ ກໍາມະການຄະນະປະຈໍາສະພາປະຊາຊົນແຂວງ, ຄະນະເລຂາທິການ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ການເຄື່ອນໄຫວວຽກງານຄັ້ງນີ້ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງໃນໄລຍະຜ່ານມາ, ການປັບປຸງກົງຈັກການຈັດຕັ້ງຂອງສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ການພິຈາລະນາຮັບຮອງເອົາບຸກຄະລາກອນຂອງຄະນະກໍາມະການປົກຄອງແຂວງ, ເມືອງ ແລະ ການກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.
ພ້ອມດ່ຽວກັນນັ້ນ, ຍັງໄດ້ມີຄໍາຄໍາເຫັນປຶກສາລືກັນຢ່າງເລິກເຊິ່ງ ແລະ ກົງໄປກົງມາ ໃນການຈັດຕັ້ງປະຕບັດບັນດາວຽກງານດັ່ງກ່າວ ເຫັນວ່າມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ, ຈະມີວີທີ່ທາງແກ້ໄຂແນວໃດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງມີຄວາມເຂັ້ມແຂງ, ຖືກຕ້ອງສວດຄອງ ຕາມລັດຖະທໍາມະນູນ, ກົດໝາຍ ແລະ ດໍາເນີນໄປຢ່າງຖືກຕ້ອງຕາມແນວທາງຂອງພັກ, ໃຫ້ເປັນລະບົບ ເພື່ອຮັບປະກັນໃຫ້ແກ່ການເສີມຂະຫຍາຍ ແລະ ການຍົກສູງບົດບາດການນໍາພາຂອງພັກເວົ້າລວມ ເວົ້າສະເພາະການຍົກສູງບົດບາດຂອງສະພາປະຊາຊົນຂັ້ນແຂວງໃຫ້ມີຄວາມແຂງແຮງ, ເລິກເຊິ່ງຮອບດ້ານ ສົມຄູ່ກັບການເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.
ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຢູ່ສະພາປະຊາຊົນແຂວງ.
