ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວວຽກງານຢູ່ແຂວງຄຳມ່ວນ

​ກ.ກ. 22, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ໂດຍປະຕິບັດຕາມພາລະບົດບາດຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ, ແຕ່ວັນທີ 13-17 ກໍລະກົດ 2025, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ທີ່ປະກອບດ້ວຍຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ.
ທ່ານຮອງປະທານສະພາແຫ່ງຊາດ ແລະ ຄະນະ ໄດ້ພົບປະທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄຳມ່ວນ ເຊິ່ງໄດ້ແຈ້ງຈຸດປະສົງຂອງການມາເຄື່ອນໄຫວໃນຄັ້ງນີ້, ຫຼັງຈາກນັ້ນ, ໄດ້ພົບປະກັບທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍບັນດາການນຳຂອງບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ.
ທ່ານຮອງເຈົ້າແຂວງ, ປະທານສະພາປະຊາຊົນແຂວງ ແລະ ພະແນກການຕ່າງໆ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການເຄື່ອນໄຫວທີ່ພົ້ນເດັ່ນໃນປີ 2024-2025 ໂດຍສະເພາະແມ່ນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນໃນຂັ້ນເມືອງ; ການເຄື່ອນໄຫວຕາມ 3 ພາລະບົດບາດຂອງສະພາປະຊາຊົນແຂວງ; ການນຳຂອງພະແນກແຜນການ ແລະ ການລົງທຶນ, ພະແນກການຕ່າງປະເທດ, ພະແນກການເງິນ, 2 ກອງບັນຊາການ ປກຊ-ປກສ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນໃຫ້ຄະນະຊາບ ທັງຍົກໃຫ້ເຫັນດ້ານດີ, ຂໍ້ສະດວກ ພ້ອມຂໍ້ຫຍຸ້ງຍາກ ແລະ ມີຂໍ້ສະເໜີຈຳນວນໜຶ່ງ.
ໃນການພົບປະກັບການນໍາຂອງແຂວງ, ສະພາປະຊາຊົນແຂວງ ແລະ ພະແນກການຕ່າງໆນັ້ນ; ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດ ແລະ ຜົນງານດ້ານຕ່າງໆ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕະຫຼອດໄລຍະຜ່ານມາ, ຊົມເຊີຍຜົນການຈັດຕັ້ງປະຕິບັດກອງປະຊຸມໃຫຍ່ 3 ຂັ້ນ ເຊິ່ງປັດຈຸບັນຂັ້ນເມືອງໄດ້ສຳເລັດແລ້ວ ແລະ ສືບຕໍ່ກະກຽມກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງໃນຕໍ່ໜ້າ. ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ເນັ້ນໜັກໃຫ້ການນຳຂອງແຂວງ ຈົ່ງໄດ້ສືບຕໍ່ນຳພາຊີ້ນຳການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ນຳໃຊ້ທ່າແຮງບົ່ມຊ້ອນຂອງແຂວງໃຫ້ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ແຂວງ ແລະ ປະເທດຊາດ ລວມທັງການເຊື່ອມຈອດດ້ານຄົມມະນາຄົມ (ພື້ນຖານໂຄງລ່າງ) ແລະ ການນຳໃຊ້ການຊ່ວຍເຫຼືອຂອງຕ່າງປະເທດຢ່າງມີປະສິດທິຜົນ; ສືບຕໍ່ແຂ່ງຂັນກັນສ້າງຜົນງານ 2 ວັນປະຫວັດສາດຂອງພວກເຮົາ (ຄົບຮອບ 50 ປີ ສ້າງຕັ້ງ ສປປລາວ ແລະ ຄົບຮອບ 105 ປີ ວັນເກີດປະທານ ໄກສອນ ພົມວິຫານ) ໄປຄຽງຄູ່ກັບການເປີດກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ; ການກະກຽມໃຫ້ແກ່ການເລືອກຕັ້ງ ແມ່ນສະເໜີໃຫ້ມີການຄົ້ນຄວ້າ, ກະກຽມບຸກຄະລາກອນລົງສະໝັກຮັບເລືອກຕັ້ງ ໂດຍສະເພາະກຳນົດໃຫ້ໄດ້ສັດສ່ວນເພດຍິງ ເຊິ່ງຄາດໝາຍໃນສະພາແຫ່ງຊາດ ຊຸດທີ X ຈະໃຫ້ໄດ້ 30% ຂຶ້ນໄປ.
ການເຄື່ອນໄຫວວຽກງານຄັ້ງນີ້, ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບເຈົ້າໜ້າທີ່ປະຈຳດ່ານທ້ອງຖິ່ນດ່ານທ່າເຮືອ ເມືອງທ່າແຂກ, ດ່ານສາກົນຂົວມິດຕະພາບ 3, ຢ້ຽມຢາມໂຮງຮຽນມັດທະຍົມວິຊາຊີບຕົວແບບ ລາວ-ຫວຽດນາມ ຢູ່ເມືອງໜອງບົກ ພ້ອມທັງໄດ້ມອບອຸປະກອນການສຶກສາ ແລະ ກິລາຈຳນວນໜຶ່ງ ໃຫ້ນ້ອງນັກຮຽນ, ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ (ລາວ) ຈໍາກັດຜູ້ດຽວ, ຢ້ຽມຢາມ ແລະ ເຮັດວຽກກັບເຈົ້າໜ້າທີ່ປະຈຳດ່ານສາກົນນາເພົ້າ ເມືອງບົວລະພາ, ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດຜູ້ດຽວ ເພື່ອຊອກຮູ້ສະພາບການຕົວຈິງໃນການເຄື່ອນໄຫວຂອງບັນດາພາກສ່ວນທີ່ກ່ຽວຂ້ອງ ທັງຂອງແຂວງ ແລະ ນັກລົງທຶນຕ່າງປະເທດ.
(ກົງທະນູຄຳ ພິພັດເສລີ)