ໃນວັນທີ 25 ຕຸລາ 2022 ທີ່ ແຂວງຄໍາມ່ວນ ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽຢາມ ດ່ານສາກົນຂົວມິດຕະພາບ 3 ແຂວງຄໍາມວ່ນ ເຊິ່ງໄດ້ຮັບການຕ້ອນຮັບຈາກທ່ານ ພັອ ພົມມາ ເດດຂຸນພອງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ 3 ພ້ອມດ້ວຍ ບັນດາຕາງໜ້າຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງດ່ານເຂົ້າຮ່ວມ.
ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມຕິດຕາມ ແລະ ຊຸກຍູ້ ຢູ່ດ່ານສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ.
