



ທ່ານ ປອ. ໄຊບັນດິດ ຣາຊາພົນ ເລຂາທິການສະຫະ ພັນກິລາດອກປີກໄກ່ແຫ່ງຊາດລາວ ໄດ້ລາຍງານກ່ຽວກັບການກະກຽມຄວາມພ້ອມ ແລະ ກ່າວເປີດງານແຂ່ງຂັນກິລາດອກປີກໄກ່ ວ່າ: ການແຂ່ງຂັນໃນຄັ້ງນີ້ ໄດ້ປະກາດການຮັບສະໝັກມີທັງໝົດ 13 ລາຍການ ປະກອບມີ: ລຸ້ນເຍົາວະຊົນ 8 ລາຍການ ໄດ້ແກ່ ດ່ຽວເຍົາວະຊົນຊາຍ-ຍິງ ອາຍຸບໍ່ເກີນ 12 ປີ, ດ່ຽວເຍົາວະຊົນຊາຍອາຍຸບໍ່ເກີນ 15 ປີ, ດ່ຽວເຍົາວະຊົນຍິງອາຍຸບໍ່ເກີນ 15 ປີ, ຄູ່ເຍົາວະຊົນຊາຍອາຍຸບໍ່ເກີນ 15 ປີ, ດ່ຽວເຍົາວະຊົນຊາຍອາຍຸບໍ່ເກີນ 18 ປີ, ດ່ຽວເຍົາວະຊົນຍິງອາຍຸບໍ່ເກີນ 18 ປີ, ຄູ່ເຍົາວະຊົນຊາຍອາຍຸບໍ່ເກີນ 18 ປີ, ຄູ່ເຍົາວະຊົນປະສົມອາຍຸບໍ່ເກີນ 18 ປີ. ນອກຈາກນັ້ນ, ຍັງມີລຸ້ນຊາວໜຸ່ມທົ່ວໄປອີກ 5 ລາຍການດ່ຽວຊາຍທົ່ວໄປ, ຄູ່ຍິງທົ່ວໄປ, ຄູ່ຊາຍທົ່ວໄປ, ຄູ່ປະສົມທົ່ວໄປ, ຄູ່ສະໝັກຫຼິ້ນຊາຍທົ່ວໄປ. ການແຂ່ງຂັນຄັ້ງນີ້ ມີຜູ້ສະໝັກເຂົ້າຮ່ວມທັງໝົດ 354 ຄົນ ຍິງ 25 ຄົນ ເພີ່ມຂຶ້ນຈາກຄັ້ງກ່ອນປະມານ 10% ໂດຍມີ 33 ພາກສ່ວນ ທີ່ມາ ຈາກບັນດາແຂວງ (ສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ຫົວພັນ, ອຸດົມໄຊ, ຫຼວງພະບາງ, ບໍ່ແກ້ວ) ພາກສ່ວນທີ່ມາຈາກບັນດາສະໂມສອນ ແລະ ທີມພາຍໃນນະຄອນ ຫຼວງວຽງຈັນ. ພາຍຫຼັງສັງລວມລາຍຊື່ຜູ້ສະໝັກໃນລາຍການຕ່າງໆແລ້ວ ເຫັນວ່າມີ 2 ລາຍການທີ່ບໍ່ສາມາດຈັດແຂ່ງຂັນໄດ້ ເນື່ອງຈາກຈໍານວນຜູ້ສະໝັກບໍ່ໄດ້ຕາມລະບຽບການ. ດັ່ງນັ້ນ, ໃນການກຳນົດເບື້ອງຕົ້ນທີ່ຈະຈັດແຂ່ງ 13 ລາຍການ ຈຶ່ງເຫຼືອພຽງ 11 ລາຍການ. ລາຍການທີ່ບໍ່ສາມາດຈັດແຂ່ງໄດ້ ແມ່ນລາຍການດ່ຽວເຍົາວະຊົນຍິງ ອາຍຸບໍ່ເກີນ 15 ປີ ແລະ ດ່ຽວເຍົາວະຊົນຍິງ ອາຍຸບໍ່ເກີນ 18 ປີ. ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ຂໍຢັ້ງຢືນວ່າ ມີຄວາມພ້ອມ 100% ໃນການຈັດການແຂ່ງຂັນ ໄດ້ມີການຈັດແຂ່ງຂັນໄປແລ້ວຈຳນວນ 52 ນັດ ເຊິ່ງດຳເນີນໄປດ້ວຍດີ.

(ພາບ ແລະ ຂ່າວ: ອານຸສອນ ພູມມີທອນ)