ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ຢ້ຽມຢາມບໍລິສັດ ລາວຄາຍຢວນ ບໍ່ແຮ່ຈຳກັດ

​ກ.ກ. 17, 2025

ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2025 ນີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ; ທ່ານ ນາງ ວິໄຊ ສຮິດທິຣາດ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ ຜູ້ດຽວ ໂດຍມີ ທ່ານ ຫານ ຫຸຍຫລູ ປະທານ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ພ້ອມດ້ວຍ ຄະນະຜູ້ອຳນວຍການບໍລິສັດ ໃຫ້ການຕ້ອນຮັບ ແລະເຂົ້າຮ່ວມເຮັດວຽກ.
 
ທ່ານ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານກ່ຽວກັບສະພາບລວມຂອງບໍລິສັດ ໂດຍ ທ່ານ ຫວັງ ເຕີສວນ ຜູ້ອຳນວຍການ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ໄດ້ລາຍງານວ່າ: ບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ ຜູ້ດຽວ ໄດ້ສ້າງຕັ້ງຂຶ້ນ ໃນປີ 2009 ໂດຍອາໄສຊັບພະຍາກອນໂປຕາສຊຽມ ທີ່ອຸດົມສົມບູນໃນການຂຸດຄົ້ນ ແລະ ປຸງແຕ່ງເປັນຫຼັກ, ບໍລິສັດມຸ່ງໝັ້ນທີ່ຈະສ້າງເປັນກຸ່ມອຸດສາຫະກຳຕ່ອງໂສ້ສໍາລັບການຊົມໃຊ້ຊັບພະຍາກອນໂປຕາສຊຽມຢ່າງຮອບດ້ານ, ຮອດທ້າຍປີ 2024 ບໍລິສັດໄດ້ສຳເລັດການລົງທຶນທັງໝົດ 1 ຕື້ໂດລາສະຫະລັດ, ມີມູນຄ່າການຜະລິດປະຈຳປີ 250 ລ້ານໂດລາສະຫະລັດ, ສະໜອງວຽກເຮັດງານທຳໄດ້ 3,000 ກວ່າຕໍາແໜ່ງງານ, ໄດ້ມອບພັນທະພາສີ-ອາກອນໃຫ້ລັດຖະບານ ສປປ ລາວ ໄດ້ທັງໝົດ 150 ລ້ານໂດລາສະຫະລັດ ແລະ ປະກອບສ່ວນ ປະມານ 9.4 ລ້ານໂດລາສະຫະລັດ ເຂົ້າໃນການພັດທະນາ-ຊຸກຍູ້ເສດຖະກິດທ້ອງຖິ່ນ, ຍົກສູງຜົນປະໂຫຍດທາງສັງຄົມ, ບໍລິສັດໄດ້ໃຫ້ຄວາມສຳຄັນ ແລະ ຕອບສະໜອງຢ່າງຕັ້ງໜ້າຕໍ່ຄວາມຮຽກຮ້ອງຂອງລັດຖະບານ, ໄດ້ຊຸກຍູ້ສົ່ງເສີມວຽກງານການຫັນເປັນ ນິຄົມອຸດສາຫະກຳ ເສດຖະກິດໝູນວຽນ ແລະ ໄດ້ຍື່ນໜັງສືສະເໜີກ່ຽວກັບການຫັນເປັນນິຄົມອຸດສາຫະກຳ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ເປັນທີ່ຮຽບຮ້ອຍ.ເຂດນິຄົມອຸດສາຫະກຳ ເສດຖະກິດໝູນວຽນຂອງບໍລິສັດ ລາວຄາຍຢວນ ບໍ່ແຮ່ຈຳກັດ ຜູ້ດຽວ ຕັ້ງຢູ່ບ້ານລຳມະລາດ ເມືອງທ່າແຂກ ແຂວງຄຳມ່ວນ, ມີການຄົມມະນາຄົມຂົນສົ່ງທີ່ສະດວກ ເຊິ່ງເຂດຂຸດຄົ້ນບໍ່ແຮ່ແມ່ນນອນຢູ່ໃນຈຸດທີ່ຕັ້ງສຳຄັນ ຂອງເສັ້ນທາງຫຼວງເລກທີ 13 ໃຕ້, ນິຄົມອຸດສາຫະກຳ ມີເນື້ອທີ່ທັງໝົດ 1,000 ເຮັກຕາ, ໄດ້ຮັບການພັດທະນາແລ້ວປະມານ 300 ເຮັກຕາ ສ່ວນທີ່ເຫຼືອ 700 ເຮັກຕາ ຄາດວ່າຈະສ້າງສຳເລັດໃນອີກ 3-5 ປີຕໍ່ໜ້າ, ໂຄງການສະເໜີໃນເຂດນິຄົມອຸດສາຫະກຳ ນັບແຕ່ປີ 2025-2028 ມີການລົງທຶນທີ່ວາງແຜນໄວ້ປະມານ 1 ຕື້ໂດລາສະຫະລັດ ເຊິ່ງປະກອບມີ ໂຄງການກໍ່ສ້າງປຸ໋ຍໂປຕາສ: ການຜະລິດ ໂປຕາສຊຽມ ຄຼໍໄລ (potassium chloride) ທີ່ມີກຳລັງການຜະລິດ 1 ລ້ານໂຕ່ນຕໍ່ປີ (ເພີ່ມອີກ 1 ຫຼັງ), ກໍ່ສ້າງໂຄງການຜະລິດຕະພັນເສີມຈາກປຸ໋ຍໂປຕາສ: ຜະລິດຕະພັນໂປຕາສຊຽມ ຊູນເຟດ (potassium sulfate) ກຳລັງການຜະລິດ 50,000 ໂຕ່ນຕໍ່ປີ ແລະ ຜະລິດຕະພັນແຄວຊຽມຄຼໍໄລ (calcium chloride) ກຳລັງການຜະລິດ 20,000 ໂຕ່ນຕໍ່ປີ, ກໍ່ສ້າງໂຄງການທີ່ບໍ່ແມ່ນຜະລິດຕະພັນໂປຕາສ: ຜະລິດຕະພັນເສີມຈາກໂຊດຽມ bromide ທີ່ເປັນຜະລິດຕະພັນສານໜ່ວງໄຟໂບຼມມິນ 10,000 ໂຕ່ນຕໍ່ປີ, ໂຄງການກໍ່ສ້າງພະລັງງານໃໝ່: ກໍ່ສ້າງພະລັງງານແສງອາທິດ 50 MW ນອກນີ້, ຍັງຈະສ້າງສິ່ງອຳນວຍຄວາມສະດວກ ເພື່ອສະໜັບສະໜູນບັນດາໂຄງການກ່ຽວຂ້ອງ ລວມເຖິງສູນລວມການຄ້າ, ພາຍຫຼັງກໍ່ສ້າງໂຄງການສຳເລັດ ເຂດນິຄົມອຸດສາຫະກຳທັງໝົດຈະສ້າງວຽກເຮັດງານທຳໃນທ້ອງຖິ່ນຫຼາຍກວ່າ 30,000 ຕໍາແໜ່ງງານ ແລະ ຈະມີພັນທະ ພາສີ-ອາກອນ ມອບໃຫ້ແກ່ລັດຖະບານ 100 ລ້ານໂດລາສະຫະລັດ ໃນແຕ່ລະປີ.
ໃນຕອນທ້າຍ ທ່ານຮອງປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນໂອ້ລົມ ແລະ ສະເໜີໃຫ້ບໍລິສັດເອົາໃຈໃສ່ປະຕິບັດ ໂຄງການລົງທຶນຕາມກົດໝາຍກໍານົດ; ເອົາໃຈໃສ່ການປະຕິບັດພັນທະຕາມກົດໝາຍກໍານົດ ກໍຄື ໃຫ້ຮັບປະກັນ 3 ຜົນປະໂຫຍດ ເປັນຕົ້ນ ຜົນປະໂຫຍດລວມຂອງປະເທດຊາດ, ຜົນປະໂຫຍດຂອງຜູ້ລົງທຶນ ແລະ ຜົນປະໂຫຍດຂອງທ້ອງຖິ່ນ, ເອົາໃຈໃສ່ວຽກງານການປົກປັກຮັກສາ ສິ່ງແວດລ້ອມທໍາມະຊາດ, ເນື່ອງຈາກວ່າ ການລົງທຶນຂຸດຄົ້ນບໍ່ແຮ່ ມີການນໍາໃຊ້ເຕັກນິກ ເຕັກໂນໂລຊີ ທີ່ທັນສະໄໝ ຊຶ່ງອາດສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຄຸນນະພາບຂອງປະຊາຊົນໃນການດໍາລົງຊີວິດ ການຄຸ້ມຄອງສຳຫຼວດ ແລະ ຂຸດຄົ້ນແຮ່ທາດ ແມ່ນຖືວ່າເປັນວຽກງານໜຶ່ງທີ່ສໍາຄັນຕໍ່ການຂະຫຍາຍຕົວຂອງເສດຖະກິດ ແລະ ສ້າງລາຍຮັບແຫ່ງຊາດ, ຄຽງຄູ່ກັນກັບການສ້າງພຶ້ນຖານໂຄງລາງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ພ້ອມນັ້ນ, ທ່ານ ຮອງປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ບໍລິສັດ ເອົາໃຈໃສ່ວຽກງານການປົກປັກຮັກສາສິ່ງແວດລ້ອມທໍາມະຊາດ ສີຂຽວຢືນຢົງ, ແລະ ສະເໜີໃຫ້ໂຄງການເອົາໃຈໃສ່ສືບຕໍ່ສ້າງວຽກເຮັດງານທຳໃຫ້ປະຊາຊົນໃນຊຸມຊົນ ແລະ ພື້ນຖານໂຄງລ່າງ ໃຫ້ມີຄວາມສະດວກ.