ຮອງປະທານສະພາແຫ່ງຊາດ ຕິດຕາມກວດກາ ແລະ ຊຸກຍູ້ວຽກງານຢູ່ແຂວງສະຫວັນນະເຂດ

ກ.ຍ. 19, 2025

(ສພຊ) – ວັນທີ 15-18 ກັນຍາຜ່ານມາ, ທ່ານ ພົທ. ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແລະ ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ໂຄງການພັດທະນາທີ່ສົ່ງຜົນກະທົບກວ້າງຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ ຢູ່ແຂວງສະຫວັນນະເຂດ.
ທ່ານຮອງປະທານສະພາແຫ່ງຊາດ ໄດ້ພົບປະທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ ເພື່ອສະເໜີຈຸດປະສົງໃນການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການພັດທະນາເສດຖະກິດ-ສັງຄົມ ທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນຜົນກະທົບຈາກໂຄງການຂຸດຄົ້ນແຮ່ທາດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ເພື່ອເກັບກຳຂໍ້ມູນສະພາບຕົວຈິງຢູ່ຂົງເຂດທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ, ພື້ນທີ່ທຳການຜະລິດ, ນ້ຳກິນນ້ຳໃຊ້ບໍ່ພຽງພໍ, ນິເວດວິທະຍາ, ຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດ ກໍຄືການທົດແທນຄ່າເສຍຫາຍ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມຢູ່ແຂວງສະຫວັນນະເຂດ.
ໃນການເຄື່ອນໄຫວວຽກງານ, ໄດ້ຮັບຟັງລາຍງານ ແລະ ຕິດຕາມກວດກາສະຖານທີ່ຕົວຈິງ ການຈັດຕັ້ງປະຕິບັດໂຄງການພັດທະນາເຂດເສດຖະກິດພິເສດ (ທ່າບົກ) ແຂວງສະຫວັນນະເຂດ ແລະ ບໍລິສັດ ລາວມີໄຊ ມາຍນິງ ຈຳກັດຜູ້ດຽວ ທີ່ໄດ້ດຳເນີນການຂຸດຂົ້ນແຮ່ເຫຼັກຢູ່ບ້ານພະລອງ ເມືອງພີນ; ພ້ອມດຽວກັນ, ກໍໄດ້ຮັບຟັງການຊີ້ແຈງ ແລະ ສົນທະນາແລກປ່ຽນບົດຮຽນກັບພະແນກການຂອງແຂວງຄື: ກະສິກຳ ແລະ ສິ່ງແວດລ້ອມ, ອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງ ເຊິ່ງສາມາດຮັບຮູ້ໄດ້ເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນໃນການຈັດຕັ້ງປະຕິບັດບັນດາໂຄງການຂຸດຄົ້ນແຮ່ທາດ ທີ່ມີຜົນກະທົບກວ້າງຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມໃນໄລຍະຜ່ານມາ; ນອກນັ້ນ, ຍັງໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດໂຄງການ ແລະ ຕິດຕາມກວດກາສະ ຖານທີ່ຕົວຈິງ ທີ່ໄດ້ຮັບຜົນກະທົບຈາກໂຄງການພະລັງງານລົມສະຫວັນ 1 ຢູ່ເມືອງນອງ ແລະ ບໍລິສັດ ຊັນເປເປີ ໂຮນດິງ ລາວ ຈຳກັດ ຢູ່ເມືອງເຊໂປນ.

(ນາງ ອາລິນ ສຸພິມມະປະດິດ)