ໃນລະຫວ່າງວັນທີ 03 ຫາ 05 ກໍລະກົດ 2025 ທ່ານ ນາງ ວິໄຊ ສຣິດທິຣາດ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ຂອງສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX ແລະ ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ປີ 2025; ການຈັດເກັບລາຍຮັບກ່ຽວກັບການສົ່ງອອກແຮ່ທາດ; ການແກ້ໄຂຜົນການກວດກາຕາມຜົນການກວດສອບ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ ແຂວງສະຫວັນນະເຂດ ໂດຍການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວເຮັດວຽກ ຂອງທ່ານ ທອງໄສ ອິນທິແສງ ຄະນະປະຈໍາສະພາປະຊາຊົນແຂວງ, ປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ຂອງສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມຄະນະ.
ໃນໂອກາດ ທີ່ລົງມາເຄື່ອນໄຫວເຮັດວຽກໃນຄັ້ງນີ້ທ່ານ ນາງ ວິໄຊ ສຣິດທິຣາດ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ຂອງສະພາແຫ່ງຊາດ ພ້ອມດ້ວຍຄະນະກໍ່ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງໆສະຫວັນນະເຂດ ເພື່ອລາຍງານຈຸດປະສົງໃນການເຄື່ອນໄຫວເຮັດວຽກ ຈາກນັ້ນກໍໄດ້ສືບຕໍ່ເຮັດວຽກຮ່ວມກັບສະພາປະຊາຊົນແຂວງ ແລະ ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ ເພື່ອຮັບຟັງການລາຍງານ ສະພາບຂ້ໍສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງ ການຈັດເກັບລາຍຮັບກ່ຽວກັບການສົ່ງອອກແຮ່ທາດ; ການແກ້ໄຂຜົນການກວດກາຕາມຜົນການກວດສອບ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ ແຂວງສະຫວັນນະເຂດ ສຶບຕໍ່ເຮັດວຽກຢູ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 02 ພ້ອມທັງຮັບຟັງການລາຍງານໂດຍຫຍໍ້ ຈາກຄະນະຄຸ້ມຄອງດ່ານໃນການຈັດຕັ້ງປະຕິບັດວຽກງານ ທີ່ຜ່ານມາ; ຫຼັງຈາກນັ້ນ ປະທານກອງປະຊຸມກໍ່ໄດ້ມີບາງບັນຫາເຈາະຈິ້ມເພິ່ມເຕີມ ແລະ ກໍ່ໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນດ້ານດີ ທີ່ຄວນເສີມຂະຫຍາຍ ແລະ ຫາວິທີແກ້ໄຂຂໍ້ຄົງຄ້າງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍທີ່ໄດ້ກໍານົດໄວ້ ແລະ ກໍ່ໄດ້ໄປຢ້ຽມຢາມດ່ານທ່າບົກເຂດເສດຖະກິດພິເສດ; ໃນວັນດຽວກັນນີ້ກໍ່ໄດ້ເດີນທາງໄປເມືອງວິລະບູລີ; ທາງຄະນະກໍ່ໄດ້ເຂົ້າຢ້ຽມຢາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການ ຂຸດຄົ້ນແຮ່ຄຳ ແລະ ທອງ, ພາຍຫຼັງທີ່ສຳເລັດໃນການຢ້ຽມຢາຍແລ້ວ ກໍ່ໄດ້ເດີນທາງໄປເຮັດວຽກຮ່ວມກັບຄະນະຄຸ້ມຄອງດ່ານສາກົນແດນສະຫວັນ-ລາວບາວ ເມືອງເຊໂປນ;