ອະນຸກໍາມະການ ປກຊ-ປກສ ຊຸກຍູ້ວຽກງານເລືອກຕັ້ງຢູ່ກອງບັນຊາການທະຫານແຂວງຫຼວງພະບາງ

ກ.ພ. 10, 2026

(ສພຊ) -​ ວັນທີ 9 ກຸມພາຜ່ານມາ, ສະຫາຍ ພົຈວ. ສົມວັນ ທໍາມາໄຊ ຮອງປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ), ກໍາມະການອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ສະຫາຍ ພົຈວ. ປອ. ວັນທອນ ສຸລິສັກ ຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ປກຊ-ປກສ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໂດຍໄດ້ເຮັດວຽກຮ່ວມກັບສະຫາຍ ພົຈວ. ສີວິໄຊ ເພັງສັນຕິສຸກ ກໍາມະການປະຈໍາພັກແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ບັນດາຄະນະກໍາມະການເລືອກຕັ້ງຂັ້ນແຂວງ (ຄລຂ), ເມືອງ-ນະຄອນ, ຄະນະຮັບຜິດຊອບວຽກງານ ປກຊ-ປກສ ອ້ອມຂ້າງກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປກສ ແຂວງ.
ສະຫາຍ ພົຈວ. ສີວິໄຊ ເພັງສັນຕິສຸກ ລາຍງານໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບຄໍາສັ່ງແນະນໍາ ແລະ ແຜນດຳເນີນງານຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກໍຄືແຜນດໍາເນີນງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເພື່ອຮັບປະກັນໃຫ້ແກ່ການດໍາເນີນການເລືອກຕັ້ງໃນຄັ້ງນີ້ ດໍາເນີນໄປຢ່າງຖືກຕ້ອງຕາມລະບຽບການ, ມີປະສິດທິພາບ ແລະ ປະສິດທິຜົນ, ຈຶ່ງໄດ້ຈັດຕັ້ງຜັນຂະຫຍາຍ ໂດຍການສ້າງແຜນດໍາເນີນງານ, ແຕ່ງຕັ້ງຄະນະກຳມະການຂັ້ນກອງບັນຊາການທະຫານແຂວງ, ສ້າງແຜນງົບປະມານ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ລົງເຜີຍແຜ່ເຊື່ອມຊຶມ 4 ເອກະສານຢູ່ແຕ່ລະກົມກອງ ໂດຍແບ່ງເປັນ 3 ທິດຄື: ທິດໃຈກາງເທດສະບານ, ທິດເມືອງເໜືອ ແລະ ທິດເມືອງໃຕ້ ເຊິ່ງເລີ່ມຈັດຕັ້ງແຕ່ວັນທີ 14 ມັງກອນເປັນຕົ້ນມາ ໂດຍເປົ້າໝາຍເຂົ້າຮ່ວມມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ. ນອກຈາກນັ້ນ, ຍັງໄດ້ແຕ່ງຕັ້ງຄະນະກໍາມະການຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ໂດຍປະຕິບັດຕາມແຈ້ງການສະບັບເພີ່ມຕື່ມຂອງກະຊວງປ້ອງກັນປະເທດ ແລະ ມະຕິຂອງ ຄລຂ ໄດ້ແບ່ງອອກເປັນ 13 ໜ່ວຍປ່ອນບັດ ແລະ 8 ຖົງປ່ອນບັດເຄື່ອນທີ່; ແຕ່ງຕັ້ງຄະນະກໍາມະການຮັບຜິດຊອບວຽກງານ ປກຊ-ປກສ ແລະ ຈັດກອງປະຊຸມປຶກສາຫາລື, ມອບໝາຍຄວາມຮັບຜິດຊອບໃຫ້ແຕ່ລະຂົງເຂດ, ແຕ່ລະສະຫາຍ ຮັບຜິດຊອບແຕ່ລະຈຸດ, ແຕ່ລະເມືອງ ເພື່ອຮັບປະກັນໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100%.

(ຄັກຈາກເພຈ: Lao people’s Army News)